ຕາມຖະແຫຼງການຂອງ Fed, ບັນດານັກວາງແຜນກຳນົດນະໂຍບາຍ ໄດ້ປ່ອນບັດດ້ວຍອັດຕາບັດເຫັນດີ 10 ບັດ - ບັດຄ້ານ 2 ບັດ ເພື່ອຫຼຸດຜ່ອນດອກເບ້ຍ ໃຫ້ກູ້ຢືມຫຼັກແຫຼ່ງລົງລະດັບ 3,75%-4,00%. ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືວ່າແມ່ນຊ່ວຍຊຸກຍູ້ເສດຖະກິດອາເມລິກາ ໃນສະພາບທີ່ວົງການວິສາຫະກິດຖືກຜົນສະທ້ອນຈາກບັນດາອັດຕາພາສີຕອບໂຕ້ ໂດຍ ທ່ານປະທານາທິບໍດີອາເມລິກາ Donald Trump ຈັດວາງໃນວົງກວ້າງ, ພ້ອມກັນນັ້ນ ກໍ່ເພີ່ມເວລາໃຫ້ແກ່ບັນດານັກວາງແຜນກຳນົດນະໂຍບາຍ ເມື່ອລັດຖະບານສະຫະລັດ ຍັງຢຸດຕິການເຄື່ອນໄຫວໂດຍຊົ່ວຄາວ.

ແຫຼ່ງຄັດຈາກ: vovworld.vn