ອິດສະລາແອັນ ສະກັດກັ້ນກຳປັ່ນໜູນຊ່ວຍ ໃຫ້ແກ່ ກາຊາ, ກັກຕົວນັກເຄື່ອນໄຫວສາກົນຫຼາຍຄົນ
ວັນທີ 1 ຕຸລາ, ກະຊວງການຕ່າງປະເທດອິດສະລາແອັນ ໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ ກຳລັງກອງທັບເຮືອຂອງປະເທດນີ້ ໄດ້ສະກັດກັ້ນກຳປັ່ນໜູນຊ່ວຍສາກົນ ສະໜັບສະໜູນເຂດກາຊາ ດ້ວຍຊື່ທີ່ວ່າ Global Sumud, ລວມມີພາຫະນະ 47 ລຳ ພ້ອມກັບນັກເຄື່ອນໄຫວສາກົນກວ່າ 500 ຄົນ, ຢູ່ເຂດທະເລໃກ້ກັບເຂດກາຊາ.
ນັກຮົບ ອິດສະລາແອັນ ໄດ້ບຸກໂຈມຕີແບບກະທັນຫັນໃສ່ກຳປັ່ນຢ່າງໜ້ອຍສຸດ 3 ລຳ, ກັກຕົວບັນດານັກເຄື່ອນໄຫວ ແລະພາເຂົາຂຶ້ນກຳປັ່ນຂອງກອງທັບເຮືອ ເພື່ອເຄື່ອນຍ້າຍເຂົ້າທຽບທ່າຂອງອິດສະລາແອັນ. ບັນດາຜູ້ຄົນນີ້ຈະຖືກເນລະເທດກັບເມືອປະເທດ. ໃນປະຕິກິລິຍາສາກົນທຳອິດຕໍ່ເຫດການ, ກະຊວງການຕ່າງປະເທດຕວກກີ ໄດ້ອອກຖະແຫຼງການກ່າວປະນາມຢ່າງແຮງຕໍ່ເລື່ອງກອງທັບເຮືອອິດສະລາແອັນ ໄດ້ສະກັດກັ້ນກຳປັ່ນໜູນຊ່ວຍສາກົນ ສະໜັບສະໜູນ ເຂດກາຊາ, ຖືນີ້ແມ່ນການກະທຳກໍ່ການຮ້າຍທີ່ອັນຕະລາຍ. ຖະແຫຼງການຂອງກະຊວງການຕ່າງປະເທດຕວກກີ ກໍ່ຢັ້ງຢືນວ່າການກະທຳຂອງ ອິດສະລາແອັນ ແມ່ນລະເມີດກົດໝາຍສາກົນຢ່າງຮ້າຍແຮງ ແລະ ສ້າງການຂູ່ເຂັນທີ່ເປັນອັນຕະລາຍຕໍ່ຊີວິດອິນຊີຂອງສາມັນຊົນຜູ້ບໍລິສຸດ.
ແຫຼ່ງຄັດຈາກ: vovworld.vn