ອາເມລິກາ ຮັບປະກັນຄວາມໝັ້ນຄົງໃຫ້ ກາຕາ ຄ້າຍຄືກັນມາດຕາທີ 5 ຂອງກົດບັດ NATO
ຕາມສື່ມວນຊົນອາເມລິກາ ແລ້ວ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ເຫັນດີເປັນເອກະພາບສະໜອງບັນດາການຮັບປະກັນຄວາມໝັ້ນຄົງຄ້າຍຄືກັນກັບມາດຕາທີ 5 ຂອງ ກົດບັດ ຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ໃຫ້ແກ່ ກາຕາ ໝາຍຄວາມວ່າ ການບຸກໂຈມຕີເລັ່ງໃສ່ກາຕາ ໄດ້ຮັບຖືວ່າແມ່ນບຸກໂຈມຕີເລັ່ງໃສ່ອາເມລິກາ.