ປະຊາຊົນ ອິດສະຣາແອັນ ຄັດຄ້ານ, ປະຊາຄົມສາກົນກ່າວປະນາມບັ້ນບຸກໂຈມຕີນະຄອນ ກາຊາ
ຕອນບ່າຍວັນທີ 16 ກັນຍາ, ຊາວອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນແຫ່ຂະບວນປະທ້ວງຢູ່ນອກທຳນຽບຂອງທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ຢູ່ Jerusalem, ເພື່ອຄັດຄ້ານເລື່ອງກອງທັບປະເທດນີ້ ເປີດບັ້ນບຸກໂຈມຕີດ້ວຍທະຫານບົກທີ່ມີຂອບຂະໜາດໃຫຍ່ ຕີຢຶດຄອງນະຄອນ ກາຊາ. ຜູ້ແຫ່ຂະບວນປະທ້ວງໄດ້ກະຕຸກຊຸກຍູ້ລັດຖະບານ ອິດສະຣາແອັນ ມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນກັບກຳລັງ ຮາມາດສ.