ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ Geraldo Alckmin ຮອງປະທານາທິບໍດີ ບຣາຊິນ ເນັ້ນໜັກວ່າ ສັນຍາ FTA ລະຫວ່າງ Mercosur ແລະ EFTA ແມ່ນພິສູດໃຫ້ເຫັນຄວາມສາມາດປັບປຸງລັດທິຫຼາຍຝ່າຍ ແລະ ການຄ້າເສລີ ໃນສະພາບການໂລກພວມຂາດສະຖຽນລະພາບ.

ຕາມຂໍ້ຕົກລົງແລ້ວ, ມີກວ່າ 97% ປະລິມານສິນຄ້າສົ່ງອອກຂອງທັງສອງຝ່າຍຈະໄດ້ຊົມໃຊ້ຜົນປະໂຫຍດ, ໝັ້ນໝາຍຊຸກຍູ້ການຄ້າສອງຝ່າຍ ແລະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ກໍຄື ປະຊາຊົນສອງຝ່າຍ.

ຄາດວ່າ EFTA ຈະລົບລ້າງ 100% ພາສີສົ່ງອອກສໍາລັບສິນຄ້າອຸດສາຫະກຳ ແລະສິນໃນນ້ຳຈາກ Mercosur ພາຍຫຼັງທີ່ສັນຍາສະບັບນີ້ມີຜົນສັກສິດ. ກົງກັນຂ້າມ, Mercosur ມີໄລຍະ 15 ປີ ເພື່ອຫຼຸດຜ່ອນພາສີສຳລັບຜະລິດຕະພັນອຸດສາຫະກຳສ່ວນໃຫຍ່ຈາກບັນດາຄູ່ຮ່ວມມືເອີຣົບ.

ແຫຼ່ງຄັດຈາກ: vovworld.vn