leftcenterrightdel
ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ. ພາບ: Reuters

ກ່ອນໜ້ານັ້ນ, ວັນທີ 21 ສິງຫາ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ  ເນັ້ນໜັກວ່າ ລັດເຊຍ ປະຕິເສດວິທີການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໂດຍຜ່ານການ “ແຊກແຊງດ້ານການທະຫານຂອງຕ່າງປະເທດ”; ພ້ອມດຽວກັນນັ້ນສະເໜີໃຫ້ກຸ່ມບັນດາປະເທດ, ໃນນັ້ນມີບັນດາສະມາຊິກສະພາຄວາມໝັ້ນຄົງ ສປຊ, ລວມມີ ເຢຍລະມັນ, ຕວກກີ ແລະບາງປະເທດອື່ນ, ພ້ອມກັນສວມບົດບາດຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ.

ບັນດາສຳພັນທະມິດຂອງ ຢູແກຼນ ຢູ່ເອີລົບ ພວມມານະພະຍາຍາມປຶກສາຫາລື ເພື່ອຍົກອອກບັນດາມາດຕະການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ, ເຊັ່ນ: ຜັນຂະຫຍາຍກຳລັງຕາເວັນຕົກໄປຍັງ ຢູແກຼນ, ສ້າງເຂດຊາຍແດນລະຫວ່າງສອງປະເທດພາຍຫຼັງການປະທະກັນສິ້ນສຸດ.

ແຫຼ່ງຄັດຈາກ: vovworld.vn