ອິດສະຣາແອັນ ສືບຕໍ່ສູ້ຮົບຢູ່ 4 ສະໜາມຮົບ, ເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບ ຢ່າງໜັກໜ່ວງຢູ່ ເຂດ ກາຊາ ແລະເຢແມນ
ໃນຊຸມວັນຜ່ານມາ, ກອງທັບອິດສະຣາແອັນ ໄດ້ຮັກສາການສູ້ຮົບຢູ່ທັງ 4 ສະໜາມຮົບໃນພາກພື້ນ. ໃນນັ້ນ, ມີບັນດາບັ້ນບຸກໂຈມຕີເຂົ້າສະໜາມຮົບ ເຢແມນ ແລະ ເຂດ ກາຊາດ ອັນໄດ້ກໍ່ຄວາມບາດເຈັບລົ້ມຕາຍຢ່າງໜັກໜ່ວງທີ່ສຸດ.
    |
 |
ທະຫານ ອິດສະຣາແອັນ ຢູ່ຊາຍແດນ ອິດສະຣາແອັນ - ກາຊາ, ວັນທີ 26 ສິງຫາ 2025. ພາບ: REUTERS |
ຕາມແຈ້ງການຂອງອົງການສາທາລະນະສຸກ ກາຊາ ໃຫ້ຮູ້ວ່າ ວັນທີ 29 ສິງຫາ, ກອງທັບ ອິດສະຣາແອັນ ສືບຕໍ່ດຳເນີນຫຼາຍບັ້ນບຸກໂຈມຕີທັງທາງອາກາດ ແລະທາງບົກເຂົ້າຫຼາຍບໍລິເວນທີ່ແຕກຕ່າງກັນຢູ່ເຂດ ກາຊາ, ຈຸດສຸມແມ່ນນະຄອນ ກາຊາ. ໄລ່ຮອດຕອນຄ່ຳວັນທີ 29 ສິງຫາ, ທົ່ວເຂດ ກາຊາ ມີ 48 ຄົນເສຍຊີວິດ ແລະ ປະມານ 150 ຄົນຖືກບາດເຈັບ.
ກໍໃນວັນດຽວກັນ, ກອງທັບອິດສະຣາແອັນ ໄດ້ເປີດບັ້ນບຸກໂຈມຕີເຂົ້າສະໜາມຮົບ ລີບັງ, ເລັ່ງໃສ່ເປົ້າໝາຍແມ່ນສະມາຊິກຂັ້ນສູງຂອງຂະບວນການ ເຮັກໂບລາ.
ພິເສດ, ສຳລັບສະໜາມຮົບ ເຢແມນ, ກອງທັບອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດເຮັດໃຫ້ມີເຈົ້າໜ້າທີ່ຂັ້ນສູງຫຼາຍຄົນຂອງກຳລັງ ຮູທີ ຢູ່ນະຄອນ Sanaa ໃນວັນທີ 28 ສິງຫາ ເສຍຊີວິດ ແລະ ຮັບບາດເຈັບ.
ແຫຼ່ງຄັດຈາກ: vovworld.vn