ພາຍຫຼັງເວລາ 1 ວັນ, ສະພາບຄວາມເຄັ່ງຕຶງຢູ່ເຂດຊາຍແດນ ລະຫວ່າງ ອິດສະຣາແອັນ-ລິບັງ ໄດ້ຫຼຸດລົງໂດຍຊົ່ວຄາວ, ວັນທີ 1 ກັນຍາ, ສະພາບການດັ່ງກ່າວພັດເຄັ່ງຮ້ອນຄືນໃໝ່ ໃນຂະນະທີ່ທັງກອງທັບອິດສະຣາແອັນ ແລະ ກຳລັງເຮັກໂບລາ ໄດ້ເປີດບັ້ນບຸກໂຈມຕີຂ້າມຊາຍແດນຫຼາຍຄັ້ງ ແນໃສ່ກຳລັງຂອງຄູ່ແຂ່ງ. ການລາຍງານເມື່ອຕອນຄ່ຳວັນທີ 1 ກັນຍາ ຂອງກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ: ໃນເວລາຕອນສວຍ ແລະ ຕອນຄ່ຳຂອງວັນທີ 1 ກັນຍາ, ເຮັກໂບລາ ໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟ 2 ຄັ້ງ ໃສ່ເຂດພາກເໜືອ ອິດສະຣາແອັນ.

ຕາມບັນດາແຫຼ່ງຂ່າວໃນພາກພື້ນ, ລະດັບຂ້ຽວຂາດໃນບັນດາການຕໍ່ສູູ້້ຜ່ານເຂດຊາຍແດນ ອິດສະຣາແອັນ-ລິບັງ ໃນວັນທີ 1 ກັນຍາ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ ເມື່ອທຽບກັບ 1 ວັນກ່ອນ. ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນນີ້ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນໃນຫາງສຽງພາກພື້ນ ກ່ຽວກັບເລື່ອງສອງຝ່າຍອາດຈະຍູ້ແຮງການເຄື່ອນໄຫວບຸກໂຈມຕີໃສ່ກັນຄືນໃໝ່, ຄ້າຍຄືກັນກັບໄລຍະເວລາສ່ວນຫຼາຍ ເກີດການຕໍ່ສູ້ກັນທີ່ຂ້ຽວຂາດ ທີ່ແກ່ຍາວໃນເກືອບ 11 ເດືອນທີ່ຜ່ານມາ.

ແຫຼ່ງຄັດຈາກ: vovworld.vn