ເຫດການໄດ້ຈັດຂຶ້ນຢູ່ຫໍພິພິທະພັນການບິນ ຢູ່ນະຄອນ Asheboro ຂຶ້ນກັບລັດ North Carolina. ໃນບົດກ່າວປາໄສຂອງຕົນ, ທ່ານ Trump ໄດ້ສຸມໃສ່ເຂົ້າບັນຫາການຕະຫຼາດ ວຽກເຮັດງານທຳ, ໃນນັ້ນກ່າວເຕືອນວ່າ ອາເມລິກາ ອາດຈະເສຍວຽກເຮັດງານທຳເປັນຈຳນວນຫຼາຍ ຖ້າຄູ່ແຂ່ງຂອງທ່ານ ແມ່ນທ່ານນາງຮອງປະທານາທາບໍດີ Kamala Harris ຂຶ້ນກັບພັກປະຊາທິປະໄຕຍາດໄດ້ໄຊຊະນະໃນເດືອນພະຈິກຈະມາເຖິງ. ນັບແຕ່ເກີດການລອບສັງຫານມາຮອດປັດຈຸບັນ, ການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງຂອງທ່ານ Trump ລ້ວນແຕ່ດຳເນີນຢູ່ບັນດາສະຖານທີ່ ໃນຮົ່ມພາຍຫຼັງອົງການສອດແນມ ອາເມລິກາ ກ່າວເຕືອນທ່ານຄວນເລືອກບັນດາສະຖານທີ່ສາມາດຄວບຄຸມຄວາມປອດໄພໄດ້ງ່າຍກ່ວາ. ເຖິງຢ່າງໃດກໍຕາມ, ວັນທີ 15 ສິງຫາຜ່ານມາ, ໜັງສືພິມ Washington Post ໄດ້ລົງຂ່າວວ່າ ອົງການສອດແນມ ອາເມລິກາ ໄດ້ຮັບຮອງເອົາແຜນການປ້ອງກັນຄວາມປອດໄພໃໝ່ເພື່ອໃຫ້ ທ່ານ Donald Trump ອາດສາມາດສືບຕໍ່ບັນດາການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງຢູ່ກາງແຈ້ງ.

ແຫຼ່ງຄັດຈາກ: vovworld.vn