leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Andrei Belousov. ພາບ: Sputnik

ທ່ານລັດຖະມົນຕີ Andrei Belousov ເນັ້ນໜັກເຖິງໜ້າທີ່ຂອງບັນດາກົມກອງນີ້ແມ່ນປ້ອງກັນຊາວທ້ອງຖິ່ນ ແລະປົກປັກຮັກສາຜືນແຜ່ນດິນຂອງ ລັດເຊຍ ຕໍ່ໜ້າບັນດາການບຸກໂຈມຕີ ດ້ວຍເຮືອບິນບໍ່ມີຄົນຂັບ ແລະ ພາຫະນະບຸກໂຈມຕີອື່ນໆ. ຕາມແຈ້ງການຂອງກະຊວງປ້ອງກັນປະເທດລັດເຊຍ ແລ້ວ, ທີ່ກອງປະຊຸມນີ້, ທ່ານລັດຖະມົນຕີ Andrei Belousov, ກໍ່ໄດ້ແຕ່ງຕັ້ງເຈົ້າໜ້າທີ່ຮັບຜິດຊອບຄວາມໝັ້ນຂົງເຂດຊາຍແດນຈຳນວນໜຶ່ງ.

ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ TASS ໄດ້ຄັດສະເໜີແຈ້ງການ ຂອງກະຊວງສະພາວະສຸກເສີນລັດເຊຍ ໂດຍໃຫ້ຮູ້ວ່າ, ມີປະຊາຊົນກວ່າ 122.000 ຄົນ ໄດ້ປະຕິບັດຄຳສັ່ງຍົກຍ້າຍຂອງອຳນາດການປົກຄອງທ້ອງຖິ່ນຢູ່ Kursk, ເປັນແຫ່ງທີ່ກອງທັບ ຢູແກຼນ ໄດ້ປຸກລະດົມການບຸກໂຈມຕີເລິກເຂົ້າດິນແດນຂອງ ລັດເຊຍ ຢ່າງກະທັນຫັນນັບແຕ່ວັນທີ 6 ສິງຫາ.

ແຫຼ່ງຄັດຈາກ: vovworld.vn