leftcenterrightdel
ທ່ານລັດຖະມົນຕີກະຊວງທ້ອນໂຮມຊາດ ສ.ເກົາຫຼີ Kim Yung Ho. ພາບ: Yonhap

ວັນທີ 16 ສິງຫາ, ສຳນັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ ທ່ານລັດຖະມົນຕີກະຊວງທ້ອນໂຮມຊາດ ສ.ເກົາຫຼີ Kim Yung Ho ໄດ້ຮຽກຮ້ອງ ສປປ.ເກົາຫຼີ ຕອບກັບຂໍ້ສະເໜີຫວ່າງມໍ່ໆມານີ້ຂອງຝ່າຍ ເຊີອຸນ ກ່ຽວກັບການສ້າງຊ່ອງທາງເຈລະຈາຢ່າງເປັນທາງການລະຫວ່າງສອງພາກ ເກົາຫຼີ. ຄຳຮຽກຮ້ອງດັ່ງກ່າວ ໄດ້ຍົກອອກມາພາຍຫຼັງພຽງ 1 ວັນ ທີ່ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol  ສະເໜີກັບ ສປປ.ເກົາຫຼີ ກ່ຽວກັບເລື່ອງສ້າງຕັ້ງຊ່ອງທາງເຈລະຈາທີ່ສາມາດ “ແກ້ໄຂບໍ່ວ່າບັນຫາໃດ”.

ທ່ານລັດຖະມົນຕີ Kim Yung Ho ເນັ້ນໜັກເຖິງ ເລື່ອງ ສ.ເກົາຫຼີ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບຫຼາຍຫົວຂໍ້, ໃນນັ້ນ ມີບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ, ບັນດາບັນຫາມະນຸດສະທຳ ແລະແລກປ່ຽນລະຫວ່າງສອງພາກເກົາຫຼີ. ທ່ານກໍຍົກໃຫ້ເຫັນຢ່າງຈະແຈ້ງວ່າ ພຽງຢາງ ຕ້ອງເຊື່ອມຕໍ່ຄືນໃໝ່ ໂທລະສັບສາຍດ່ວນລະຫວ່າງສອງພາກ ເກົາຫຼີ ແລະ ໂທລະສັບສາຍດ່ວນການທະຫານ ເຊິ່ງປະເທດນີ້ໄດ້ຢຸດຕິໄວ້ຕາມລຳພັງຝ່າຍດຽວ.

ແຫຼ່ງຄັດຈາກ: vovworld.vn