ຕາມຖະແຫຼງການຂອງ 3 ປະເທດເປັນກາງໄກເກ່ຍ ອີຢິບ, ກາຕາ ແລະອາເມລິກາ, ໃບສະເໜີກ່ຽວກັບເລື່ອງຮັດແຄບໄລຍະຫ່າງລະຫວ່າງອິດສະຣາແອັນ ແລະຮາມາດສ, ສອດຄ່ອງກັບບັນດາຫຼັກການໂດຍທ່ານປະທານາທິບໍດີ Joe Biden ອອກໃນວັນທີ 31 ພຶດສະພາ ແລະມະຕິເລກທີ 2735 ຂອງສະພາຄວາມໝັ້ນຄົງ  ສປຊ, ໄດ້ແຈ້ງເຖິງ 2 ຝ່າຍ. ບັນດາປະເທດເປັນກາງໄກເກ່ຍ ຈະສືບຕໍ່ເຮັດວຽກໃນຊຸມວັນຕໍ່ໄປ, ກ່ຽວກັບບັນດາເນື້ອໃນລາຍລະອຽດ ເພື່ອປະຕິບັດ, ລວມທັງການສັບຊ້ອນບັນດາແງ່ມູມມະນຸດສະທຳຮອບດ້ານຂອງຂໍ້ຕົກລົງກັບບັນຫາອື່ນໆທີ່ກ່ຽວຂ້ອງເຖິງຕົວປະກັນ ແລະຜູ້ຖືກກັກຂັງ.

ຖະແຫຼງການຮ່ວມກໍໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ຂັ້ນສູງຂອງ 3 ປະເທດຈະພົບປະກັນຢູ່ນະຄອນຫຼວງ Cairo ຂອງອີຢິບ ໃນອາທິດໜ້າ, ໃນການເຈລະຈາຮອບໃໝ່, ດ້ວຍຄວາມຫວັງບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາມາດຕາ ທີ່ໄດ້ແຈ້ງເຖິງ ອິດສະຣາແອັນ ແລະຮາມາດສ. ຖະແຫຼງການຮ່ວມລະຫວ່າງ 3 ປະເທດໄດ້ຢືນຢັນວ່າ, ປັດຈຸບັນໄດ້ເປີດ “ເສັ້ນທາງ” ເພື່ອກູ້ເອົາຊີວິດຂອງປະຊາຊົນ ແລະສະໜອງການຊ່ວຍເຫຼືອເຂົ້າເຂດ ກາຊາ ແລະຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນແລ້ວ.

ແຫຼ່ງຄັດຈາກ: vovworld.vn