ຫວຽດນາມ ໄດ້ປະກອບບົດຮຽນອັນລ້ຳຄ່າ

ທ່ານ Dr. G. Weerasinghe ເລຂາທິການໃຫຍ່ພັກກອມມູນິດສີລັງກາ ເນັ້ນໜັກວ່າ, ພັກກອມມູນິດສີລັງກາ ຕີລາຄາສູງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊຸກຍູ້ນິຍາມ “ການທູດໄມ້ໄຜ່”, ສະແດງໃຫ້ເຫັນຮູບພາບໄມ້ໄຜ່ທີ່ແຂງແກ່ນແຕ່ທົນທານໜຽວແໜ້ນຕໍ່ໜ້າຄວາມກົດດັນ, ເປັນເສົາຄ້ຳໃນຊີວິດກະສິກຳອາຊີ. “ການທູດໄມ້ໄຜ່” ມີຕົ້ນກຳເນີດມາຈາກແນວຄິດປະທານໂຮ່ຈີມິນ. ການປະກອບສ່ວນທີ່ເປັນເອກະລັກສະເພາະ ແລະແບບເດີມຂອງປະທານໂຮ່ຈີມິນ ໄດ້ເຮັດໃຫ້ພຶດຕິກໍາຕົວຈິງລະອຽດຂອງລັດທິມາກ-ເລນິນ ອຸດົມສົມບູນກວ່າ. ພັກກອມມູນິດຫວຽດນາມ ແລະທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສືບຕໍ່ພັດທະນາແນວຄວາມຄິດນີ້ກວ່າອີກ ແລະນຳເອົາວັດທະນາຖາວອນມາໃຫ້ຫວຽດນາມ, ປະຈຸບັນແມ່ນໜຶ່ງໃນບັນດາປະເທດພັດທະນາໄວທີ່ສຸດໃນໂລກ.

ຕີລາຄາສູງແນວທາງການຕ່າງປະເທດທີ່ເປັນເອກະລັກສະເພາະຂອງຫວຽດນາມ, ການນຳພັກກອມມູນິດສີລັງກາ ເນັ້ນໜັກວ່າ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປະເທດຫວຽດນາມ ມີຊື່ສຽງດ້ວຍການຮັກສາການພົວພັນກັບທຸກປະເທດໃຫຍ່ໃນໂລກ, ແຕ່ຍັງຢຶດໝັ້ນ ນະໂຍບາຍການຕ່າງປະເທດທີ່ມີອະທິປະໄຕ. ທ່ານ Dr. G. Weerasinghe ຖືວ່າ ນິຍາມ "ການທູດໄມ້ໄຜ່" ມີຄວາມໝາຍອັນໃຫຍ່ຫຼວງສໍາລັບບັນດາປະເທດໜ້ອຍທີ່ກໍາລັງພັດທະນາຄື ສີລັງກາ, ເຊິ່ງປະຈຸບັນພວມມານະພະຍາຍາມກໍ່ສ້າງເສັ້ນທາງພັດທະນາປະເທດທີ່ມີອະທິປະໄຕ.

ທ່ານເລຂາທິການໃຫຍ່ ໄດ້ປະກອບສ່ວນເຂົ້າໃນການຫັນແນວທາງ "ການທູດໄມ້ໄຜ່" ໃຫ້ປະກົດຜົນເປັນຈິງຢ່າງມີຊີວິດຊີວາ. ໃນຕະຫຼອດໄລຍະດຳລົງຕຳແໜ່ງເປັນການນຳຂອງພັກ, ນອກຈາກການຢ້ຽມຢາມບັນດາປະເທດທີ່ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ດຳເນີນການຢ້ຽມຢາມພິເສດໄປເຖິງ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສປຊ. ທ່ານ Grigory Lokshin, ຮອງປະທານສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ ໄດ້ຕີລາຄາວ່າ ການຢ້ຽມຢາມລັດເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປີດໜ້າໃໝ່ໃນການພົວພັນລະຫວ່າງສອງປະເທດ. ພາຍຫຼັງ 30 ກວ່າປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ, ກາຍເປັນຄູ່ຮ່ວມມືສະເໝີພາບກັບລັດເຊຍ, ແຕ່ຍັງຄົງຮັກສານະໂຍບາຍທີ່ດີກັບປະເທດນີ້. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມລັດເຊຍ 2 ຄັ້ງ ໃນປີ 2014 ແລະ 2018. ການຢ້ຽມຢາມຄັ້ງປະຫວັດສາດເຖິງອາເມລິກາ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນປີ 2015 ໄດ້ສ້າງປະຖົມປັດໄຈໃຫ້ແກ່ການຍົກລະດັບການພົວພັນລະຫວ່າງສອງຝ່າຍ.

leftcenterrightdel
ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານ Leonid Kalashnikov  ທີ່ພິທີມອງລາງວັນເລນິນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການພົວພັນພາຍໃນປະເທດ, ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ ພາຍໃຕ້ການນໍາພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບັນລຸໄດ້ຫຼາຍໝາກຜົນ ແລະໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກປະຊາຄົມສາກົນ ແລະດຶງດູດຄວາມສົນໃຈຂອງສື່ມວນຊົນໃນໂລກ. ໃນຈົດໝາຍຊົມເຊີຍເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງຄືນໃໝ່, ທ່ານ Joe Biden ປະທານາທິບໍດີອາເມລິກາ ໄດ້ຊົມເຊີຍຄວາມມານະພະຍາຍາມໃນການຕ້ານການສໍ້ລາດບັງຫຼວງ ແລະການຊຸກຍູ້ການຄຸ້ມຄອງທີ່ດີຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ພ້ອມທັງຊີ້ແຈ້ງວ່າ “ການແກ້ໄຂສໍ້ລາດບັງຫຼວງສວມບົດບາດສຳຄັນໃນການຊຸກຍູ້ສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະໃນທົ່ວໂລກ”.

ໃນບົດຂຽນ “ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ - ຄວາມກ້າວໜ້າ ແລະສິ່ງທ້າທາຍ” ລົງໃນເວັບໄຊ The Times of India, ນັກຂຽນ ຖືວ່າ: “ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ຄວາມຜິດພາດແມ່ນສຳຄັນທີ່ສຸດໃນການເຕີບໂຕເສດຖະກິດຂອງຫວຽດນາມ. ທ່ານເລຂາ ທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຫັນຢ່າງຈະແຈ້ງວ່າ ການຕ້ານການສໍ້ລາດບັງຫຼວງແມ່ນວິວັດການຢ່າງຕໍ່ເນື່ອງ ແລະແມ່ນປັດໄຈສຳຄັນເພື່ອຮັບມືກັບສິ່ງທ້າທາຍໃນໄລຍະຈະມາເຖິງ. ຫວຽດນາມ ໄດ້ປະກອບບົດຮຽນອັນລ້ຳຄ່າເຊິ່ງບັນດາປະເທດອື່ນໆສາມາດທາບທາມ, ເມື່ອການສໍ້ລາດບັງຫຼວງຍັງແມ່ນບັນຫາທົ່ວໄປຢູ່ໂລກ”.

ປະກອບສ່ວນພັດທະນາລັດທິມາກ-ເລນິນ ໃນຍຸກປັດຈຸບັນ

ຕີລາຄາການປະກອບສ່ວນດ້ານທິດສະດີຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕໍ່ກັບບັນດາບັນຫາສັງຄົມນິຍົມ, ພື້ນຖານເສດຖະກິດການຕະຫຼາດຕາມການກໍານົດທິດສັງຄົມນິຍົມ, ທ່ານ Dr. G. Weerasinghe ຊີ້ແຈ້ງວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກທິດສະດີດີເດັ່ນໃນຂະບວນການກອມມູນິດສາກົນ, ຜູ້ທີ່ພວມໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນເງື່ອນໄຂຂອງຫວຽດນາມ ແລະຜ່ານນັ້ນປະກອບສ່ວນເຂົ້າໃນການພັດທະນາລັດທິມາກ-ເລນິນ ໃນຍຸກປັດຈຸບັນ.

ທ່ານ Vojtech Filip  ອະດີດປະທານພັກກອມມູນິດເຊັກ-Morava, ອະດີດຮອງປະທານສະພາຕໍ່າ ສ.ເຊັກ ກໍ່ເນັ້ນໜັກວ່າ: ທັດສະນະຂອງພັກກອມມູນິດຫວຽດນາມ ແລະຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການປະກອບສ່ວນທີ່ພົ້ນເດັ່ນເຂົ້າໃນຂະບວນການກອມມູນິດ ແລະຂະບວນການກໍາມະກອນໃນໂລກ. ຕາມທ່ານ Vojtech Filip ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄຈ້ແຍກກ່ຽວກັບສະພາບການໃນປະຈຸບັນ, ການພັດທະນາໃນໂລກ ແລະບັນດາມາດຕະການທີ່ສາມາດຊ່ວຍສະກັດກັ້ນວິກິດການໄດ້.

ສ່ວນທ່ານ Walter Sorrentino ຮອງປະທານພັກກອມມູນິດບຣາຊິນ, ປະທານກອງທຶນ Maurício Grabois ເມື່ອອ່ານບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບ “ບາງບັນຫາທິດສະດີ ແລະ ພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວໄປສູ່ສັງຄົມນິຍົມຢູ່ຫວຽດນາມ” ເມື່ອວັນທີ 16 ພຶດສະພາ 2021 ໄດ້ຖືວ່າ: “ບັນດາບົດສະຫຼຸບຢ່າງເປັນລະບົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຮັດໃຫ້ສາງທິດສະດີ ແລະພຶດຕິກໍາຕົວຈິງຂອງບັນດານັກກອມມູນິດ ແລະຜູ້ກ້າວໜ້າໃນທົ່ວໂລກອຸດົມສົມບູນຕື່ມອີກ...”.

ວັນທີ 15 ທັນວາ 2021, ທີ່ສຳນັກງານສູນກາງພັກ, ກ່າວຄຳເຫັນທີ່ພິທີມອບລາງວັນເລນິນ ຂອງຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນລັດເຊຍ ໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ Leonid Kalashnikov, ຮອງປະທານພັກກອມມູນິດສະຫະພັນລັດເຊຍ ເນັ້ນໜັກວ່າ, ເລື່ອງພັກກອມມູນິດສະຫະພັນລັດເຊຍ ມອບລາງວັນອັນສູງສົ່ງ ດັ່ງກ່າວໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ສະແດງໃຫ້ເຫັນຄວາມເຄົາລົບນັບຖື ແລະການຮັບຮູ້ຕໍ່ກັບການປະກອບສ່ວນທີ່ດີເລີດຂອງທ່ານເລຂາທິການໃຫຍ່ - ນັກເຄື່ອນໄຫວທາງການເມືອງ ທີ່ໄດ້ຮັບການຕີລາຄາສູງຢູ່ສະຫະພັນລັດເຊຍ ແລະໃນທົ່ວໂລກ, ໃນການສູ້ຊົນເພື່ອຄວາມຍຸຕິທໍາ, ມະນຸດສະທໍາ ແລະຄວາມກ້າວໜ້າຂອງສັງຄົມ; ເພື່ອພາລະກິດກໍ່ສ້າງລັດທິສັງຄົມນິຍົມ ແລະ ການຄົ້ນຄວ້າເຮັດໃຫ້ທິດສະດີ ແລະພຶດຕິກໍາຕົວຈິງໃຫ້ການພັດທະນາລັດທິມາກ-ເລນິນ ອຸດົມສົມບູນຂຶ້ນຕື່ມ.

ໂດຍ: ທູຈາງ