ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ເຈົ້າໜ້າທີ່ ອາເມລິກາ ໂດຍບໍ່ເຜີຍຊື່ຢືນຢັນວ່າ, ບັນດາການເຈລະຈາຄັ້ງຕໍ່ໄປກ່ຽວກັບຂໍ້ຕົກລົງຢຸດຍິງໃໝ່ລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ຈະໄດ້ສົ່ງເຖິງ ໂດຮາ, ແທນທີ່ສືບຕໍ່ຈັດຂຶ້ນຢູ່ ກາຍໂຣ ພາຍຫຼັງດຳເນີນການເຈລະຈາເຄັ່ງຕຶງເປັນຫຼາຍມື້. ແຫຼ່ງຂ່າວໃຫ້ຮູ້ວ່າ, ທ່ານ Brett McGurk, ທູດພິເສດ ອາເມລິກາ ກ່ຽວກັບ ຕາເວັນອອກກາງ ໄດ້ໄປຮອດປະເທດເຂດອ່າວເປີເຊຍ ເພື່ອເຂົ້າຮ່ວມຮອບເຈລະຈາໃໝ່. ໃນຂະນະນັ້ນ, ຕອນຄ່ຳວັນທີ 27 ສິງຫາ, ມີແຫຼ່ງຂ່າວຈຳນວນໜຶ່ງຂອງ ອິດສະຣາແອັນ ເວົ້າວ່າ, ຄະນະນັກເຈລະຈາຂອງປະເທດນີ້ໄດ້ກະກຽມໄປ ໂດຮາ ເພື່ອເຂົ້າຮ່ວມບັນດາການປຶກສາຫາລືໃນວັນທີ 28 ສິງຫາ. ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນຮູ້ວ່າ ຜູ້ຕາງໜ້າ ຮາມາດສ ຈະເຂົ້າຮ່ວມຮອບເຈລະຈາຢູ່ ໂດຮາ ຫຼືບໍ່. ລະດັບຜູ້ຕາງໜ້າຂອງບັນດາຄົນກາງໄກເກ່ຍ ອີຢິບ, ອາເມລິກາ ແລະ ຝ່າຍ ອິດສະຣາແອັນ, ກໍ່ຍັງບໍ່ທັນໄດ້ປະກາດເທື່ອ.

ແຫຼ່ງຄັດຈາກ: vovworld.vn