leftcenterrightdel
ທ່ານ Dmitry Peskov ໂຄສົກວັງ Kremlin. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Peskov ຖະແຫຼງວ່າ ເລື່ອງຫັນຜົນກຳໄລຈາກຊັບສິນຂອງລັດເຊຍ ໄປສູ່ຈຸດປະສົງອື່ນໆ ແມ່ນລະເມີດທຸກຫຼັກການ ແລະມາດຕະຖານຂອງລະບົບເສດຖະກິດ ແລະ ການເງິນສາກົນ. ການກະທຳດັ່ງກ່າວ ຈະພາໄປເຖິງບັນດາບັນຫານິຕິກຳທີ່ຮ້າຍແຮງ ສຳລັບຜູ້ທີ່ຍົກອອກການຕົກລົງດັ່ງກ່າວ ແລະ ຜູ້ທີ່ສວຍໃຊ້ຂໍ້ຕົກລົງດັ່ງກ່າວ. ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC) ໃຫ້ຮູ້ວ່າ EU ໄດ້ໂອນຈຳນວນເງິນ 1,5 ຕື້ ໂອໂຣ ຈາກຊັບສິນທີ່ເປັນອະສັງຫາລິມະຊັບຂອງລັດເຊຍ ໃຫ້ແກ່ ຢູແກຼນ ເພື່ອສ້າງສາປະເທດຄືນໃໝ່ ແລະ ປ້ອງກັນຕົວ.

ແຫຼ່ງຄັດຈາກ: vovworld.vn