leftcenterrightdel
CNN ຖືວ່າ, ອີຣານ ອາດຈະຢູ່ເບື້ອງຫຼັງການລອບສັງຫານທ່ານອະດີດປະທານາທິບໍດີອາເມລິກາ  Donald Trump. ພາບ: Getty

ກ່ອນໜ້ານັ້ນ, CNN ໃຫ້ຂ່າວວ່າ, ໃນຊຸມອາທິດມໍ່ໆມານີ້, ອາເມລິກາ ໄດ້ຮັບຂ່າວສືບລາຊະການລັບກ່ຽວກັບເລື່ອງ ອີຣານ ພວມຊອກຫາວິທີເພື່ອໂຕ້ຕອບເລື່ອງກອງທັບອາກາດອາເມລິກາ ລອບສັງຫານນາຍພົນ Qassem Soleimani ຂອງກອງກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ (IRGC) ຢູ່ ອີຣັກ ເມື່ອຕົ້ນປີ 2020, ເຊິ່ງແມ່ນຈຸດເວລາທີ່ທ່ານ Donald Trump ພວມເປັນປະທານາທິບໍດີ. ຕໍ່ໜ້າແຫຼ່ງຂໍ້ມູນດັ່ງກ່າວ, ຖະແຫຼງການຂອງຄະນະຜູ້ຕາງໜ້າອີຣານ ຊີ້ແຈ້ງວ່າ, ອີຣານ ໄດ້ເລືອກເອົາເສັ້ນທາງດ້ານກົດໝາຍເພື່ອນຳທ່ານອະດີດປະທານາທິບໍດີອາເມລິກາ ອອກມາເພື່ອຕັດສິນດ້ວຍຄວາມຍຸຕິທຳ ເນື່ອງຈາກໄດ້ອອກຄຳສັ່ງລອບສັງຫານນາຍພົນ Soleimani.

ແຫຼ່ງຄັດຈາກ: vovworld.vn