ຖະແຫຼງການຂອງຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອນ ໃຫ້ຮູ້ວ່າ: ການປ່ອຍຕົວບັນດານັກໂທດແມ່ນ ໄດ້ຮັບການປະຕິບັດພາຍຫລັງສານສູງສຸດຂອງປະເທດນີ້ເປີດວາລະອະພິປາຍການຮ້ອງຟ້ອງບັນດາກຸ່ມປົກປ້ອງສິດທິມະນຸດກ່ຽວກັບສະພາບເຄັ່ງຄັດຢ່າງຮ້າຍແຮງໃນບັນດາຄ້າຍກັກຂັງ.

ເຫດການກ່ຽວຂ້ອງ, ໃນວັນດຽວກັນ, ກະຊວງການຕ່າງປະເທດອີຣານ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບກັບທ່ານ Hakan Fidan, ລັດຖະມົນຕີການຕ່າງປະເທດ ຕວກກີ, ທ່ານ Ali Bagheri Kani, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຕຳຫນິຕິຕຽນບັ້ນຮົບການທະຫານຂອງ ອິດສະຣາແອນ ຢູ່ ເຂດກາຊາ ແລະ ໃສ່ໃຈວ່າ ໃນບໍ່ວ່າການກະທຳໃດຂອງ ອິດສະຣາແອນ ທີ່ມີຕໍ່ ລີບັງ ຈະຕ້ອງຮັບການໂຕ້ຕອບຢ່າງແຮງ.

leftcenterrightdel
ມີນັກໂທດ 50 ຄົນ ໄດ້ຮັບການປ່ອຍຕົວເປັນອິດສະຫລະ. ພາບ: AP

ຢູ່ອິດສະຣາແອນ, ວັນທີ 1 ກໍລະກົດ, ມີນັກເຄື່ອນໄຫວສັນຕິພາບຂອງປະເທດນີ້ ນັບພັນໆຄົນ ລວມທັງ ຊາວຢິວ ແລະຊາວອິດສະຣາແອນ ເຊື້ອຊາດ ອາຣັບ ໄດ້ຈັດຕັ້ງເວທີປາໄສພິເສດຢູ່ ນະຄອນ Tel Aviv ເພື່ອແນໃສ່ຮຽກຮ້ອງລັດຖະບານ ແລະກອງທັບປະເທດນີ້ ຢຸດຕິການປະທະກັນ ຊື່ງໄດ້ແກ່ຍາວເກືອບ 9 ເດືອນຜ່ານມາ ຢູ່ ເຂດກາຊາ ຢ່າງທັນທີ. ສານລວມທີ່ບັນດານັກປາຖະກະຖາຢາກເຕື້ອງເຖິງນັ້ນແມ່ນ: “ມີພຽງແຕ່ສັນຕິພາບຈຶ່ງນຳມາເຊິ່ງຄວາມໝັ້ນຄົງໄດ້”.

ແຫຼ່ງຄັດຈາກ: vovworld.vn