leftcenterrightdel
ທ່ານນາງ Ursula von der Leyen. ພາບ: AP

ໜຶ່ງໃນບັນດາວຽກງານບຸລິມະສິດແມ່ນເລືອກຕັ້ງປະທານຄະນະກຳມະການເອີລົບ (EC) ເຊິ່ງແມ່ນອົງການບໍລິຫານຂອງ EU. ຄາດວ່າ, ບັນດາການນຳຈະອອກຂໍ້ຕົກລົງຄັດເລືອກຢ່າງເປັນທາງການຢູ່ກອງປະຊຸມສຸດຍອດ EU ໃນວັນທີ 27-28 ມິຖຸນາ ຈະມາເຖິງ. ທ່ານນາງ Ursula von der Leyen ໄດ້ຮັບການຕີລາຄາວ່າ ຈະມີຄວາມອາດສາມາດທີ່ຈະດຳລົງຕຳແໜ່ງນີ້ຕື່ມອີກເປັນອາຍຸການທີ 2. ພັກປະຊາຊົນເອີລົບ (EPP) ຂອງທ່ານນາງ Ursula von der Leyen ແມ່ນພັກຍາດໄດ້ໄຊຊະນະໃຫຍ່ທີ່ສຸດ ໃນການເລືອກຕັ້ງສະມາຊິກລັດຖະສະພາ ເອີລົບທີ່ຜ່ານມາ. ເພື່ອໄດ້ຮັບການຕົກລົງຈາກບັນດາການນຳ EU ໃນການສືບຕໍ່ດຳລົງຕຳແໜ່ງນີ້, ທ່ານນາງ Ursula von der Leyen ອາຍຸ 65 ປີ, ຕ້ອງຍາດໄດ້ການສະໜັບສະໜູນຢ່າງໜ້ອຍສຸດແມ່ນ 15 ໃນຈຳນວນ 27 ປະເທດສະມາຊິກ ກວມເອົາຢ່າງນ້ອຍສຸດ 65% ປະຊາກອນໃນກຸ່ມ.

ແຫຼ່ງຄັດຈາກ: vovworld.vn