ເມື່ອຕອບສຳພາດໃນຊ່ອງໂທລະພາບ LCI, ທ່ານລັດຖະມົນຕີກອງທັບຝລັ່ງ  Sébastien Lecornu ໃຫ້ຮູ້ວ່າ: ຫຼາຍປະເທດໃນໂລກໄດ້ໃຫ້ຄຳໝັ້ນສັນຍາຈະສົ່ງຕຳຫຼວດ, ທະຫານ… ລວມທັງໝົດກວ່າ 2.000 ຄົນໄປຍັງຝລັ່ງ ເພື່ອເຂົ້າຮ່ວມບັນດາລະບົບປ້ອງກັນຄວາມໝັ້ນຄົງຂອງງານມະຫາກຳກິລາ Olympic ລະດູຮ້ອນ ປາຣີ 2024. ກຳລັງໜູນຊ່ວຍຕ່າງປະເທດນີ້ຈະເພີ່ມເຕີມໃຫ້ກອງພົນນ້ອຍປ້ອງກັນຄວາມສະຫງົບ ເຊິ່ງ ຝລັ່ງ ຍັງຂາດແຫຼ່ງຊັບພະກອນມະນຸດ.

ແຫຼ່ງຄັດຈາກ: vovworld.vn