ກຸ່ມບໍລິສັດນ້ຳມັນອາຍແກັດ Gazprom ຂອງລັດເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ຍຸດທະສາດກັບບໍລິສັດນ້ຳມັນອາຍແກັດແຫ່ງຊາດອີຣານ (NIGC) ກ່ຽວກັບການສະໜອງນ້ຳມັນອາຍແກັດທຳມະຊາດຜ່ານທໍ່ສົ່ງໃຫ້ ອີຣານ. ແຈ້ງການສະບັບອອກໃນວັນທີ 26 ມິຖຸນາ ຂອງ Gazprom ຊີ້ແຈ້ງວ່າ ສອງຝ່າຍລົງນາມໃນຂໍ້ຕົກລົງ MoU ເພື່ອພ້ອມກັນຈັດບັນດາການເຄື່ອນໄຫວສະໜອງນ້ຳມັນອາຍແກັດທຳມະຊາດຈາກ ລັດເຊຍ ໄປຍັງ ອີຣານ, ດ້ວຍຄວາມປາດຖະໜາຢາກພັດທະນາການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດອັນຍາວນານໃນອະນາຄົດ.

leftcenterrightdel
ທໍ່ອາຍແກັດ Bovanenkovo  ຂອງລັດເຊຍ. ພາບ:AFP

ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 26 ມິຖຸນາ, ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ISNA (ອີຣານ), ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳ ອີຣານ Alexey Dedov ໃຫ້ຮູ້ວ່າ ສັນຍາຮ່ວມມືຮອບດ້ານລະຫວ່າງ ລັດເຊຍ - ອີຣານ ພວມຢູ່ໃນໄລຍະສຸດທ້າຍ ແລະ ຍັງມີພຽງແຕ່ບັນຫາດ້ານເຕັກນິກທີ່ຕ້ອງໄດ້ແກ້ໄຂເທົ່ານັ້ນ. ການລົງນາມໃນຂໍ້ຕົກລົງສະບັບນີ້ ຈະດຳເນີນພາຍໃຕ້ການປົກຄອງຂອງລັດຖະບານ ຊຸດທີ 14 ຂອງອີຣານ, ພາຍຫຼັງປະເທດນີ້ປະຕິບັດສຳເລັດການເລືອກຕັ້ງປະທານາທິບໍດີ ເຊິ່ງຄາດວ່າຈະດຳເນີນໃນວັນທີ 28 ມິຖຸນາ.

ແຫຼ່ງຄັດຈາກ: vovworld.vn