leftcenterrightdel
ທ່ານ ລິນຈຽນ ໂຄສົກກະຊວງການຕ່າງປະເທດຈີນ . ພາບ: ພາບ: ກະຊວງການຕ່າງປະເທດຈີນ

ທ່ານ ລິນຈຽນ ເນັ້ນໜັກວ່າ “ຖະແຫຼງການກອງປະຊຸມສຸດຍອດ ວໍຊິງຕັນ” ຂອງນາໂຕ ໄດ້ເຮັດໃຫ້ສະພາບຄວາມເຄັ່ງຕຶງຢູ່ພາກພື້ນ ອາຊີ - ປາຊີຟິກ ເປັນບັນຫາໃຫຍ່, ຊ້ອນແຟງຈິດຕະສົງຄາມເຢັນ ແລະບັນດາຂໍ້ສັງເກດມີລັກສະນະອະຄະຕິ, ໃສ່ຮ້າຍປ້າຍສີ ແລະເກາະຜິດໃນເນື້ອໃນທີ່ກ່ຽວຂ້ອງເຖິງ ຈີນ. ຈີນ ເດັດດ່ຽວ ຄັດຄ້ານ ແລະ ມີບັນດາການເຈລະຈາແລກປ່ຽນ “ຢ່າງເຂັ້ມແຂງ” ກັບ ນາໂຕ.

ຕາມທ່ານແລ້ວ, ເລື່ອງ ນາໂຕ ຖືວ່າ, ບັນຫາ ຢູແກຼນ ແມ່ນ “ໜ້າທີ່ຄວາມຮັບຜິດຊອບຂອງ ຈີນ” ແມ່ນໄຮ້ເຫດຜົນ. ນາໂຕ ສືບຕໍ່ແຜ່ກະຈາຍບັນດາຂໍ້ມູນທີ່ຜິດເຂວໂດຍບໍ່ມີຫຼັກຖານ ເພື່ອສ້າງຄວາມແບ່ງແຍກການພົວພັນ ແລະ ທຳລາຍການຮ່ວມມື ຈີນ -  ອີຢູ.

ແຫຼ່ງຄັດຈາກ: vovworld.vn