leftcenterrightdel
ທ່ານ Keir Starmer, ນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ ແລະພັນລະຍາ. ພາບ:Reuters

ທ່ານ Keir Starmer ນາຍົກລັດຖະມົນຕີຄົນໃໝ່ ໄດ້ມີບົດກ່າວປາໄສທຳອິດຢູ່ເຮືອນເລກທີ 10 ຖະໜົນ Downing ຕໍ່ໜ້າສຳນັກງານນາຍົກ, ໃນນັ້ນ ໄດ້ເນັ້ນໜັກເຖິງວຽກງານທີ່ຈະໄດ້ສຸມໃສ່ໃນຕໍ່ໜ້າແມ່ນຕ້ອງສ້າງລັດຖະບານໃໝ່ໂດຍໄວ.

ທ່ານ Keir Stamer ຢັ້ງຢືນວ່າ ຈະມານະພະຍາຍາມເພື່ອນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ປະເທດຊາດມີໂສມໜ້າໃໝ່, ໃນນັ້ນ ປັບປຸງພື້ນຖານໂຄງລ່າງ, ການສຶກສາ ແລະ ເຮືອນຢູ່ດ້ວຍລາຄາທີ່ເໝາະສົມ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ ໄດ້ປະກາດລັດຖະບານໃໝ່.

ແຫຼ່ງຄັດຈາກ: vovworld.vn