leftcenterrightdel
ຊາວ ປາແລດສະຕິນ ຢູ່ ຄ້າຍລີ້ໄພພວມປະສົບກັບຄວາມຫຍຸ້ງຍາກຍ້ອນອາກາດຮ້ອນເອົ້າ. ພາບ: ສໍານັກຂ່າວສານຫວຽດນາມ

ໂຄງການອາຫານໂລກໄດ້ກ່າວເຕືອນວ່າ ອາດຈະເກີດວິກິດການດ້ານສາທາລະນະສຸກໃນຂອບຂະໜາດໃຫຍ່ຢູ່ເຂດ ກາຊາ ຍ້ອນຂາດນ້ຳສະອາດ, ທັນຍາຫານ, ອາຫານ ກໍ່ຄືອຸປະກອນການແພດ.

ແລະກໍໃນວັນດຽວກັນ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ຄວາມເຄັ່ງຕຶງພວມເພີ່ມຂຶ້ນຢ່າງແຮງລະຫວ່າງ ອິດສະຣາແອນ ແລະ ຂະບວນການ Hezbollah ຢູ່ ລີບັງ ແລະຢືນຢັນບັນດາກຳລັງຮັກສາສັນຕິພາບຂອງ ສປຊ ພວມມານະພະຍາຍາມເຮັດໃຫ້ຄວາມເຄັ່ງຕຶງຫລຸດລົງ ແລະສະກັດກັ້ນການຄິດໄລ່ຢ່າງຜິດພາດ. ທ່ານ Guterres ເນັ້ນຫນັກວ່າ ປະຊາຊົນທຸກຄົນຢູ່ເຂດນີ້ ແລະໃນໂລກ ບໍ່ໄດ້ປະໃຫ້ ລີບັງ ກາຍເປັນເຂດ ກາຊາ ທີ 2.

ແຫຼ່ງຄັດຈາກ: vovworld.vn