ຂໍ້ກຳນົດດັ່ງກ່າວໄດ້ອະນຸຍາດໃຫ້ຊາວອົບພະຍົບ ຢູແກຼນ ທັງໝົດ ສືບຕໍ່ອາໄສຢູ່ອີຢູ ສຳຜັດກັບຕະຫຼາດແຮງງານ, ເຮືອນຢູ່ ແລະການສຶກສາສໍາລັບເດັກ. ຜູ້ລີ້ໄພທີ່ມີການປົກປ້ອງຊົ່ວຄາວ ກໍ່ມີເງື່ອນໄຂຢ່າງພຽງພໍ ເພື່ອໄດ້ຮັບການໜູນຊ່ວຍດ້ານການແພດ ແລະ ສະຫວັດດີການສັງຄົມ.

leftcenterrightdel
ຊາວອົບພະຍົບ ຢູແກຼນ. ພາບ: AFP

ກ່ອນໜ້ານັ້ນ, ກົດລະບຽບການປົກປ້ອງຊົ່ວຄາວສຳລັບຊາວອົບພະຍົບ ຢູແກຼນ ໄດ້ຖືກປະກາດໃຊ້ໃນວັນທີ 4 ມີນາ 2022. ຫຼັງຈາກນັ້ນ, ກົດລະບຽບກນີ້ຈະຖືກຕໍ່ກຳນົດເວລາອັດຕະໂນມັດ ຈົນຮອດວັນທີ 4 ມີນາ 2023. ໃນຕົ້ນປີນີ້, ບັນດາປະເທດອີຢູ ໄດ້ຕົກລົງຈະສືບຕໍ່ການຕໍ່ກຳນົດເວລາຕື່ມອີກປີໜຶ່ງ,  ຮອດວັນທີ 4 ມີນາ 2024.

ແຫຼ່ງຄັດຈາກ: vovworld.vn