ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະ G7 ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືຮັບມືກັບພະຍາດໂຄວິດ-19, ຊຸກຍູ້ການຟື້ນຟູຮອບດ້ານ, ຍືນຍົງ, ສຸມໃສ່ຮັກສາການເປີດຕະຫຼາດ, ປັບປຸງ ແລະຮັກສາຄວາມໝັ້ນຄົງຂອງລະບົບຕ່ອງໂສ້ການສະໜອງຢູ່ພາກພື້ນ ແລະທົ່ວໂລກ, ລົງທຶນເຕັກໂນໂລຢີໃໝ່ ແລະປ່ຽນແປງໃໝ່ປະດິດສ້າງເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການຟື້ນຟູ ແລະການເຕີບໂຕ, ພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ບັນດາປະເທດຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ; ສະໜັບສະໜູນການຊຸກຍູ້ການເຈລະຈາ ແລະກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ຊົມເຊີຍ ແລະສະແດງຄວາມປາດຖະໜາຢາກມີກົດແຫ່ງການປະພືດຢູ່ທະເລຕາເວັນອອກ (COC)  ທີ່ມີປະສິດທິພາບ, ປະສິດທິຜົນໂດຍໄວ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS 1982.

ມຸ່ງໄປເຖິງອະນາຄົດ, ທ່ານ ບຸ່ຍແທັງເຊິນ ຮຽກຮ້ອງບັນດາປະເທດ G7 ໜູນຊ່ວຍອາຊຽນ ເຂົ້າເຖິງ ແລະຈຳໜ່າຍວັກຊິນຢ່າງປອດໄພ, ມີປະສິດທິຜົນກໍ່ຄືຖ່າຍທອດເຕັກໂນໂລຢີວັກຊິນ, ຊ່ວຍຍົກສູງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຸ້ມຕົນເອງຂອງອາຊຽນ ແລະພາກພື້ນ.

ໂດຍ: ແສງເດືອນ