ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໂລກ
ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 19 ໂມງ 30 ນາທີ ຂອງວັນທີ 24 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 25 ກໍລະກົດ, ຫວຽດນາມ ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 3.979 ຄົນ. ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 2.328 ຄົນ, ບິ່ງເຢືອງ 881 ຄົນ, ຕ່ຽນຢາງ 218 ຄົນ, ດົ່ງນາຍ 134 ຄົນ…
ເປັນອັນວ່າ ໄລຮອດຕອນເຊົ້າວັນທີ 25 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 94.913 ຄົນ, ໃນນັ້ນ ມີ 17.583 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ.
ສ່ວນຢູ່ໃນໂລກ, ຕາມເວັບໄຊສິຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງ 30 ນາທີ ຂອງວັນທີ 25 ກໍລະກົດ (ຕາມ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 194.371.878 ຄົນ, ໃນນັ້ນ ມີກວ່າ 4,167 ລ້ານຄົນເສຍຊີວິດ. ໃນເວລາ 24 ຊົ່ວໂມງ ຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 486.384 ຄົນ ແລະ ມີ 8.049 ຄົນເສຍຊີວິດ, ໃນນັ້ນ ອາຊີ ແມ່ນພາກພື້ນທີ່ມີຈຳນວນຜູ້ຕິດເຊື້ອລາຍໃໝ່ ແລະ ເສຍຊີວິດສູງທີ່ສຸດໃນໂລກ, ດ້ວຍ 216.450 ຄົນ ແລະ ມີ 3.636 ຄົນເສຍຊີວິດ.
ອິນໂດເນເຊຍ ໄດ້ລື່ນກາຍ ອິນເດຍ ແລະ ບຣາຊິນ, ກາຍເປັນປະເທດທີ່ມີຈຳນວນຜູ້ຕິດເຊື້ອພາຍໃນວັນສູງສຸດໃນໂລກ. ໃນ 24 ຊົ່ວໂມງຜ່ານມາ, ອິນໂດເນເຊຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ 45.416 ຄົນ ແລະ ມີ 1.415 ຄົນເສຍຊີວິດ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອລວມທັງໝົດຢູ່ປະເທດນີ້ຂຶ້ນເປັນ 3.127.826 ຄົນ, ໃນນັ້ນ ມີ 82.013 ຄົນເສຍຊີວິດ.
ເຖິງຢ່າງໃດກໍ່ຕາມ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອລວມທັງໝົດ 35.184.628 ຄົນ ໃນນັ້ນ ມີ 626.711 ຄົນ ເສຍຊີວິດ.
ແຫຼ່ງຄັດຈາກ: vovworld.vn