ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Riva Ganguly Das ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອິນເດຍ ຖືເປັນສໍາຄັນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ, ສະໜັບສະໜູນອາຊຽນ ສວມບົດບາດໃຈກາງໃນໂຄງປະກອບພາກພື້ນ ແລະສ້າງປະຊາຄົມ, ເພີ່ມທະວີການຮ່ວມສຳພັນ, ເຊື່ອມຕໍ່ ແລະຮັດແຄບໄລຍະຫ່າງການພັດທະນາ. ຫົວໜ້າ SOM ອິນເດຍ ຂອບອົກຂອບໃຈຕໍ່ບັນດາປະເທດອາຊຽນທີ່ໄດ້ສະແດງໃຫ້ເຫັນຄວາມສາມັກຄີ ແລະຄວາມເຫັນອົກເຫັນໃຈ, ແບ່ງປັນກັບດິນເດຍ ໃນຄວາມມານະພະຍາຍາມຮັບມືກັບພະຍາດໂຄວິດ-19 ທີ່ພວມເພີ່ມຂຶ້ນຢ່າງສັບສົນ; ພ້ອມທັງເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບມືກັບໂລກພະຍາດ, ໂດຍສະເພາະແມ່ນແລກປ່ຽນບົດຮຽນ ແລະເຕັກໂນໂລຢີບົ່ງມະຕິ, ປິ່ນປົວພະຍາດ, ຜະລິດວັກຊິນປ້ອງກັນພະຍາດໂຄວິດ-19 ແລະຮັບປະກັນການແຈກຢາຍໃຫ້ກວ້າງຂວາງ, ເທົ່າກັນ, ກໍ່ຄືສ້າງແຜນການຕ່າງໆ ເພື່ອເປັນເຈົ້າການຮັບມືກັບໂລກພະຍາດທີ່ຈະແຜ່ລະບາດໃນອະນາຄົດ.

leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: nhandan.com.vn.

ເມື່ອແລກປ່ຽນກ່ຽວກັບສະພາບການຂອງສາກົນ ແລະພາກພື້ນ, ອາຊຽນ ແລະອິນເດຍ ຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງ ແລະຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ. ອິນເດຍ ໄດ້ເນັ້ນໜັກເຖິງການສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດຊຸກຍູ້ການເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັບປະກັນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ອິນເດຍ ສະແດງຄວາມປາດຖະໜາຊຸກຍູ້ການຮ່ວມມືກັບອາຊຽນ ບົນພື້ນຖານທັດສະນະຂອງອາຊຽນທີ່ມີຕໍ່ມະຫາສະໝຸດອິນເດຍ-ປາຊີຟິກ (IPOI). ກ່ຽວກັບສະຖານະການຂອງມຽນມາ, ອິນເດຍ ສະແດງຄວາມຊົມເຊີຍຕໍ່ໝາກຜົນກອງປະຊຸມບັນດາການນຳອາຊຽນ ທີ່ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2021 ດ້ວຍຖະແຫຼງການປະທານຂອງກອງປະຊຸມ.

ໂດຍ: ແສງເດືອນ