leftcenterrightdel
ແມ່ຍິງ ແລະເດັກນ້ອຍຊີຣີ ຢູ່ເຂດລີ້ໄພ  al-Hol, ແຂວງ Hasakeh. ພາບ: AFP

ບ້ວງເງິນດັ່ງກ່າວແມ່ນໜ້ອຍກວ່າເມື່ອທຽບໃສ່ບ້ວງເງິນ 10 ຕື້ໂດລາສະຫະລັດ ເຊິ່ງ ສປຊ ຕັ້ງຄວາມຫວັງເພື່ອແນໃສ່ແກ້ໄຂຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຢູ່ປະເທດຕາເວັນອອກກາງນີ້.

ໃນຖະແຫຼງການສະບັບໜຶ່ງ, ທ່ານ Janez Lenarcic - ກຳມະການເອີຣົບ ຮັບຜິດຊອບແກ້ໄຂວິກິດການ ໃຫ້ຮູ້ວ່າ: ໃນປີ 2021 ຈະປ່ອຍເງິນຈຳນວນ 4,4 ຕື້ໂດລາສະຫະລັດສ່ວນຈຳນວນເງິນ 2 ຕື້ໂດລາສະຫະລັດ ທີ່ຍັງເຫຼືອນັ້ນ ຈະໄດ້ເບີກຈ່າຍໃນຊຸມປີຕໍ່ໄປ. ບັນດານັກອຸປະຖຳກໍສະເໜີບ້ວງເງິນກູ້ຢືມທີ່ມີມູນຄ່າ 7 ຕື້ໂດລາສະຫະລັດ. ເຢຍລະມັນ ແມ່ນປະເທດທີ່ມີການປະກອບສ່ວນຫຼາຍກວ່າໝູ່ເມື່ອໃຫ້ຄຳໝັ້ນສັນຍາຈະອຸປະຖຳ 2,04 ຕື້ໂດລາສະຫະລັດ, ໃນຂະນະທີ່ອາເມລິກາ ອຸປະຖຳຈຳນວນ 600 ລ້ານໂດລາສະຫະລັດ.

ແຫຼ່ງຄັດຈາກ: vovworld.vn