leftcenterrightdel
ພາບປະກອບຈາກ: AFP

ທ່ານນາງ ຊີຣີ ມູຢານີ ກ່າວວ່າຈຳນວນຜູ້ວ່າງງານ 2,67 ລ້ານຄົນ. ໃນນັ້ນ 2,36 ລ້ານຄົນແມ່ນຖືກໄລ່ອອກຈາກວຽກງານ ແລະ 0,31 ລ້ານຄົນບໍ່ສາມາດຊອກວຽກເຮັດງານທຳໄດ້. ໃນຂະນະທ່ີປະລິມານກຳລັງແຮງງານທ່ີໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ລວມມີ 29,12 ລ້ານຄົນ. ໃນນັ້ນຜູ້ວ່າງງານກວມເອົາ 2,56 ລ້ານຄົນ ແລະອື່ນໆ.ທ່ານນາງກ່າວວ່າ ບັນຫາດັ່ງກ່າວຈະສົ່ງຜົນກະທົບເຖິງລະດັບສະຫວັດດີການສັງຄົມຂອງຜູ້ອອກແຮງງານ ແລະການອຸດໜູນແຮງສັງຄົມຈະຫລຸດລົງສົມຄວນນັບແຕ່ 10,69% ເຫລືອ 9,69%.

ນີ້ຖືເປັນການທ້າທາຍໜຶ່ງທ່ີອີນໂດເນເຊຍຕ້ອງແກ້ໄຂ. ໃນຕໍ່ໜ້າ, ລັດຖະບານອິນໂດເນເຊຍ ຈະສຸມໃສ່ແກ້ໄຂບັນຫາເສດຖະກິດ ແລະຈະເພີ່ມທະວີການຊຸກຍູ້ຂົງເຂດການຜະລິດເພື່ອສ້າງວຽກເຮັດງານທຳ ແລະອື່ນໆ. ກ່ອນໜ້ານັ້ນ, ທ່ານນາງ ຊີຣີ ມູຢານີ ໃຫ້ຮູ້ວ່າ ລັດຖະບານອິນໂດເນເຊຍ ໄດ້ຊ່ວຍເຫລືອສັງຄົມພາຍໃຕ້ຮູບການຕ່າງໆຄື: ໂຄງການຟື້ນຟູເສດຖະກິດແຫ່ງຊາດ ແມ່ນໄດ້ຮັບປະສິດທິຜົນສົມຄວນກ່ຽວກັບການຫລຸດຜ່ອນຄວາມທຸກຍາກໃນສັງຄົມ. ຄາດວ່າມີປະຊາຊົນອິນໂດເນເຊຍປະມານ 3,43 ລ້ານຄົນ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ. ໄລ່ເຖິງ 18 ເດືອນພະຈິກ, ອິນໂດເນເຊຍ ໄດ້ອະນຸມັດບ້ວງເງິນໃຫ້ໂຄງການ ປົກປ້ອງສັງຄົມເຖິງ 193.070 ຕື້ີ້ຣຸບເປຍ ( ເທົ່າກັບ 13,59 ຕື້ໂດລາສະຫະລັດ) ກວມເອົາ 82,4% ເປັນລະດັບເພດານງົບປະມານ 234.330 ຕື້ຣຸບເປຍ.

ເນື້ອໃນ: ຂປລ