leftcenterrightdel
G20 ເຫັນດີຕໍ່ກົນໄກລວມຕໍ່ເວລາການຊຳລະໜີ້ສິນໃໝ່ໃຫ້ແກ່ບັນດາປະເທດທຸກຍາກ. ພາບປະກອບ / THX/ສໍານັກຂ່າວສານຫວຽດນາມ.

ຂໍ້ສະເໜີດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ທີ່ດຳເນີນທາງອອນລາຍ. ຕາມນັ້ນແລ້ວ, ບັນດາຝ່າຍໄດ້ເຫັນດີຕໍ່ກົນໄກລວມເພື່ອຕໍ່ກຳນົດເວລາການຊຳລະໜີ້ສິນ ຫຼື ຫລຸດໜີ້ສິນລົງແມ່ນຂຶ້ນກັບແຕ່ລະກໍລະນີຂອງບັນດາປະເທດທີ່ມີຄວາມສ່ຽງ. ໃນເດືອນ ຕຸລາ ຜ່ານມາ, ທະນາຄານໂລກໃຫ້ຮູ້ວ່າ ໜີ້ສິນຂອງ 73 ປະເທດດ້ອຍພັດທະນາໃນທົ່ວໂລກປີ 2019 ໄດ້ເພີ່ມຂຶ້ນ 9,5% ຂຶ້ນເຖິງລະດັບບັນລຸສະຖິຕິ 744 ຕື້ USD. ເຈົ້າໜີ້ຂອງກຸ່ມປະເທດດັ່ງກ່າວສ່ວນຫລາຍແມ່ນບັນດາປະເທດ G20.

ແຫຼ່ງຄັດຈາກ: vovworld.vn