ຂໍ້ຕົກລົງດັ່ງກ່າວມີຜົນສັກສິດໃນທັນທີ ແລະຈະໄດ້ຮັບການຈັດຕັ້ງຜັນຂະຫຍາຍຈົນເຖິງເມື່ອມີແຈ້ງການສະບັບໃໝ່. ໃນຂະນະນັ້ນ, ບັນດາຖ້ຽວບິນລະຫວ່າງ ກຳປູເຈຍ ແລະໄທ ຍັງເຄື່ອນໄຫວເປັນປົກກະຕິ.

leftcenterrightdel
ປະຊາຊົນກຳປູເຈຍ ຍົກຍ້າຍໄປຍັງບ່ອນປອດໄພ. ພາບ: vov.vn

ກ່ອນໜ້ານັ້ນ, ຕອນບ່າຍໃນວັນດຽວກັນ, ທ່ານປະທານສະພາສູງ ກຳປູເຈຍ Hun Sen ສະເໜີໃຫ້ນາຍົກລັດຖະມົນຕີ ແລະລັດຖະບານພິຈາລະນາຢຸດຕິທຸກການເຄື່ອນໄຫວໄປມາຫາສູ່ຢູ່ເຂດຊາຍແດນຂອງປະຊາຊົນສອງປະເທດ ກຳປູເຈຍ - ໄທ.

ຕາມນັ້ນແລ້ວ, ປະຊາຊົນ ກຳປູເຈຍ ພວມອາໄສຢູ່ ໄທ ສືບຕໍ່ດຳລົງຊີວິດ ແລະເຮັດວຽກຢູ່ ໄທ, ໃນຂະນະນັ້ນ, ພົນລະເມືອງ ໄທ ພວມດຳລົງຊີວິດ ແລະເຮັດວຽກຢູ່ ກຳປູເຈຍ ກໍສືບຕໍ່ຢູ່ ກຳປູເຈຍ ຈົນເຖິງເມື່ອປະຕິບັດຄຳສັ່ງຢຸດຍິງຢ່າງຄົບຖ້ວນ. ຕາມທ່ານ Hun Sen  ແລ້ວ, ມາດຕະການນີ້ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນກຳປູເຈຍ ແລະ ໄທ, ພິເສດແມ່ນການເຄື່ອນໄຫວໄປມາຫາສູ່ຢູ່ເຂດຊາຍແດນ. ທ່ານ Hun Sen ກໍຮຽກຮ້ອງໃຫ້ລັດຖະບານລາຊະອານາຈັກ ໃຫ້ຄວາມເອົາໃຈໃສ່ເຖິງການປົກປັກຮັກສາຄວາມປອດໄພໃຫ້ແກ່ພົນລະເມືອງ ໄທ ທີ່ພວມດຳລົງຊີວິດຢູ່ ກຳປູເຈຍ.

ແຫຼ່ງຄັດຈາກ: vovworld.vn