leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ ສົ່ງສານເຖິງບັນດາການນຳອາຊຽນ ແລະ ປະຊາຊົນອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງອາຊຽນ (8/8/1967 - 8/8/2025) ແລະ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ, ຕອນຄ່ຳວັນທີ 8 ສິງຫາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງສານເຖິງບັນດາການນຳອາຊຽນ ແລະປະຊາຊົນອາຊຽນ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຕໍ່ກັບບັນດາປະເທດໃນໂລກ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເພື່ອຈຸດປະສົງສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນ ແລະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສ້າງອາຊຽນ ສາມັກຄີ, ມີຄວາມເຫັນດີເຫັນພ້ອມ, ເປັນເອກະພາບໃນຫຼາຍຮູບຫຼາຍສີ ແລະນຳອາຊຽນ ພັດທະນາຢ່າງວ່ອງໄວ, ຍືນຍົງ ອີງໃສ່ວິທະຍາສາດ, ເຕັກໂນລຢີ ແລະ ນະວັດຕະກຳ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ