ຖະແຫຼງການຂອງປະທານອາຊຽນ 2025 ພາຍຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ+3 ຄັ້ງທີ 26 ໃຫ້ຮູ້ວ່າ ບັນດາລັດຖະມົນຕີ ຊົມເຊີຍການຮັບຮອງເອົາຖະແຫຼ່ງການຂອງການນໍາອາຊຽນ ກ່ຽວກັບການຮັມມືກັບເສດຖະກິດບໍ່ມີຄວາມສະຫງົບ ແລະການຄ້າທົ່ວໂລກ. ບັນດາລັດຖະມົນຕີ ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈສ້າງກໍາລັງໜູນທີ່ແທດຈິງ ເພື່ອຮັບມືກັບສິ່ງທ້າທາຍການຄ້າຄືໃນປະຈຸບັນ, ສະໜັບສະໜູນການປະຕິຮູບທີ່ຈໍາເປັນຕໍ່ກັບອົງການການຄ້າໂລກ (WTO) ແລະຊຸກຍູ້ການເຕີບໂຕກວມລວມ, ຍືນຍົງ.

leftcenterrightdel
ຫົວໜ້າຄະນະບັນດາປະເທດອາຊຽນ+3 ຖ່າຍຮູບທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ+3 ຢູ່ ກົວລາລຳເປີ, ປະເທດມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມລັດຖະມົນຕີການຕ່າງປະເທດ APT-26 ກໍ່ເນັ້ນໜັກຕ້ອງຊຸກຍູ້ ແລະຍົກລະດັບບັນດາສັນຍາການຄ້າເສລີຕໍ່ກັບຄູ່ຮ່ວມມືພາຍນອກ, ປັບປຸງກຳລັງແຮງລະ​ບົບຕ່ອງໂສ້ຕອບສະໜອງ ແລະເຮັດໃຫ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ຫຼາຍທີ່ສຸດ. ບັນດາລັັດຖະມົນຕີ ຊົມເຊີຍຄວາມກ້າວໜ້າໃນການປະຕິບັດ RCEP ແລະເລື່ອງນໍາເຂົ້າເຄື່ອນໄຫວຫົວໜ່ວຍໜູນຊ່ວຍ RCEP ແນໃສ່ສະໜອງການໜູນຊ່ວຍໃຫ້ພາກເອກະຊົນ, ພິເສດແມ່ນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ ນໍາໃຊ້ RCEP.

ກ່ຽວກັບການເງິນພາກພື້ນ, APT-26 ຊົມເຊີຍໝາກຜົນຂອງກອງປະຊຸມລັດຖະມົນຕີການເງິນ ແລະຜູ້ວ່າການທະນາຄານສູນກາງ ອາຊຽນ+3 ຄັ້ງທີ 28 ວັນທີ 4 ພຶດສະພາ, ຢ້ັງຢືນຄືນໃໝ່ຄວາມສໍາຄັນຂອງການເພີ່ມທະວີການຮ່ວມມືການເງິນພາກພື້ນຮັບຮອງເອົາວິວັດການການເງິນ ອາຊຽນ+3.

ກ່ຽວກັບການຮ່ວມມືດີຈີຕອນ, ກອງປະຊຸມ ຊົມເຊີຍການສະໜັບສະໜູນຂອງອາຊຽນ+3 ຕໍ່ກັບການເຈລະຈາກ່ຽວກັບສັນຍາແມ່ເສດຖະກິດດີຈີຕອນອາຊຽນ (DEFA), ຄາດຄະເນຈະສິ້ນສຸດໃນທ້າຍປີນີ້. ບັນດາລັດຖະມົນຕີ ກໍ່ສະແດງການສະໜັບສະໜູນຕໍ່ກັບແຜນການສັງລວມເຕັກນິກດີຈີຕອນອາຊຽນ 2025 ແລະປາດຖະໜາຢາກຮັກສາທ່າພັດທະນານີ້ໃນແຜນການສັງລວມເຕັກນິກດີຈີຕອນອາຊຽນ 2030 ຈະມາເຖິງ.

ຄວາມໝັ້ນຄົງພະລັງງານ ແລະຫຼຸດຜ່ອນກາກບອນ ກໍ່ໄດ້ບຸລິມະສິດກັບການຢ້ັງຢືນຄືນໃໝ່ຄໍາໝັ້ນສັນຍາໜູນຊ່ວຍບັນດາຄວາມມານະພະຍາຍາມຂອງອາຊຽນ ເພື່ອຍູ້ໄວການສ້າງຕັ້ງຕາໜ່າງໄຟຟ້າອາຊຽນ ເມື່ອປີ 2045.  ບັນດາລັດຖະມົນຕີ ສົ່ງເສີມການນໍາໃຊ້ ແລະເປີດກວ້າງບັນດາເຕັກໂນໂລຢີກ້າວໜ້າກ່ຽວກັບກາກບອນຕໍ່າ, ສອດຄ່ອງກັບສະພາບການຂອງແຕ່ລະປະເທດ.

ກອງປະຊຸມກໍ່ເນັ້ນໜັກຄວາມຈໍາເປັນຕ້ອງເພີ່ມທະວີການເຈລະຈາ ແລະຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ ແລະເພີ່ມທະວີການຄຸ້ມຄອງຊາຍແດນຜ່ານບັນດາກົນໄກ APTທີ່​ມີ​ຢູ່​ແລ້ວ.

ໂດຍ: ໄຊນີດາ