ບັນດາຜົນງານດີເດັ່ນຂອງຫວຽດນາມ ໃນໄລຍະ 3 ທົດສະວັດທີ່ຜ່ານມາແມ່ນພື້ນຖານໃຫ້ແກ່ບາດກ້າວເດີນຍຸດທະສາດໃນໄລຍະຕໍ່ໄປຂອງວິວັດທະນາການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນຄຳຢັ້ງຢືນຂອງວົງການນັກຊ່ຽວຊານອິນໂດເນເຊຍ ໄດ້ຍົກອອກໃນການຕອບສຳພາດຕໍ່ນັກຂ່າວຂອງສໍານັກຂ່າວສານຫວຽດນາມ ປະຈໍາ ຈາກາຕາ ກ່ຽວກັບໄລຍະທາງ 30 ປີທີ່ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (28-7-1995 / 28-7-2025). ຕາມທ່ານນາງ Dinna Prapto Raharja, ນັກຊ່ຽວຊານຄົ້ນຄວ້າ ສັງກັດສະຖາບັນຄົ້ນຄວ້ານະໂຍບາຍ Synergy ຂອງອິນໂດເນເຊຍ ແລ້ວ, ເລື່ອງຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ໃນປີ 1995 ໄດ້ປັບປຸງດ້ານພູມສາດການເມືອງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຢ່າງແທ້ຈິງ. ທ່ານນາງເນັ້ນໜັກວ່າ ອາຊຽນ ມີໂຄງປະກອບທີ່ເປັນໜ້າໄວ້ເນື້ອເຊື່ອໃຈຫຼາຍກວ່າໃນພາກພື້ນ ແລະສິ່ງດັ່ງກ່າວນັ້ນມີຄວາມສຳຄັນທີ່ສຸດ.

ທ່ານນາງ Dinna ຖືວ່າ ການປະຕິຮູບຢູ່ພາຍໃນປະເທດຫວຽດນາມ ໃນຊຸມປີມໍ່ໆມານີ້ເປັນການປະກອບສ່ວນຂອງຫວຽດນາມ, ຍ້ອນວ່າໄດ້ສ້າງການພັດທະນາຢ່າງວ່ອງໄວ, ພິເສດແມ່ນລະດັບການເຕີບໂຕເສດຖະກິດທີ່ປະທັບໃຈ. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິຮູບ, ສາມາດເປັນແບບຢ່າງໃນອາຊຽນ, ໂດຍບໍ່ຫົວຊາຕໍ່ການປ່ຽນແປງໃນທົ່ວໂລກ. ບັນດາແນວຄວາມຄິດຈາກຫວຽດນາມ ກໍ່ໄດ້ສ້າງແຮງບັນດານໃຈໃຫ້ບັນດາປະເທດສະມາຊິກອື່ນກ່ຽວກັບວິທີການດັດປັບໃນໂລກທີ່ກໍາລັງມີການປ່ຽນແປງ.

leftcenterrightdel
ທ່ານນາງ Dinna Prapto Raharja ນັກຊ່ຽວຊານຄົ້ນຄວ້າ ສັງກັດສະຖາບັນຄົ້ນຄວ້ານະໂຍບາຍ Synergy ຂອງອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Dinna ໃຫ້ຂໍ້ສັງເກດວ່າ ການເພີ່ມທະວີການແລກປ່ຽນ ແລະການສົມທົບກັນໃນບັນດາເສົາຄ້ຳການຮ່ວມມືຂອງອາຊຽນ, ລວມມີຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ, ບໍ່ພຽງແຕ່ປະກອບສ່ວນຮັດແຄບຊ່ອງຫວ່າງຄວາມຮັບຮູ້ລະຫວ່າງບັນດາປະເທດສະມາຊິກເທົ່ານັ້ນ, ຫາກຍັງສ້າງລະດັບຄວາມໝັ້ນຄົງ ແລະການຄາດຄະເນໃດໜຶ່ງໃນສະພາບແວດລ້ອມພາກພື້ນອີກດ້ວຍ.

ບົນພື້ນຖານນັ້ນ, ຂັ້ນຕອນການອອກຕົກລົງຢູ່ຂັ້ນພາກພື້ນກໍ່ຈະໄດ້ຮັບການປັບປຸງຍ້ອນມີການແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ມີບາດກ້າວເດີນທີ່ໄດ້ວາງແຜນກຳນົດຢ່າງລະອຽດ ແລະມີລັກສະນະລວມໝູ່, ແທນທີ່ການກະທຳທີ່ມີລັກສະນະປະເທດດຽວ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານນາງ Dinna ຖືວ່າ ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນຜົນການຄ້າພາຍໃນກຸ່ມເພີ່ມຂຶ້ນທົບ 4 ເທົ່າ ໃນຮອບເວລາ 30 ປີຜ່ານມາ. ຫວຽດນາມ ໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງຈາກການປັບປຸງດ້ານການຄ້າກັບບັນດາປະເທດສະມາຊິກອື່ນອີກ. ກົງກັນຂ້າມ, ບັນດາປະເທດໃນພາກພື້ນ, ໃນນັ້ນມີ ອິນໂດເນເຊຍ ກໍ່ໄດ້ຮັບຜົນປະໂຫຍດຈາກເລື່ອງຫວຽດນາມເຂົ້າເປັນສະມາຊິກອາຊຽນ.

ໃນຂະນະນັ້ນ, ທ່ານ Beni Sukadis, ຜູ້ປະສານງານອາວຸໂສຂອງສະຖາບັນຄົ້ນຄວ້າການປ້ອງກັນຊາດ ແລະຍຸດທະສາດອິນໂດເນເຊຍ (Lesperssi) ຖືວ່າ ຫວຽດນາມ ກໍາລັງພົ້ນເດັ່ນຂຶ້ນປຽບເໝືອນດັ່ງຕະຫຼາດທີ່ຫາກໍ່ພົ້ນເດັ່ນຢູ່ອາຊີຕາເວັນອອກສ່ຽງໃຕ້.

ຍ້ອນລະດັບການພັດທະນາ ແລະນະໂຍບາຍເສດຖະກິດຂອງຕົນ, ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ອາຊຽນ ໃຫ້ກາຍເປັນຕະຫຼາດທີ່ມີການເຊື່ອມໂຍງກວ່າ, ພິເສດແມ່ນໃນການປະເຊີນໜ້າກັບຕະຫຼາດເສລີໃນອາຊຽນ. ຕາມທ່ານ Beni ແລ້ວ, ຫວຽດນາມ ສາມາດປະກອບສ່ວນຫຼາຍກວ່າຕໍ່ຄວາມມານະພະຍາຍາມຂອງອາຊຽນ ເພື່ອແນໃສ່ຮັກສາບົດບາດໃຈກາງໃນພາກພື້ນ.

leftcenterrightdel
ທ່ານ Beni Sukadis ຜູ້ປະສານງານອາວຸໂສຂອງສະຖາບັນຄົ້ນຄວ້າການປ້ອງກັນຊາດ ແລະຍຸດທະສາດອິນໂດເນເຊຍ (Lesperssi). ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Beni ຊີ້ແຈ້ງວ່າ ຫວຽດນາມ ໄດ້ຮັບການຕີລາຄາວ່າ ເປັນສະມາຊິກທີ່ເປັນເຈົ້າການ ແລະຂ້ຽວຂາດໃນຄວາມມານະພະຍາຍາມປັບປຸງຄວາມສາມັກຄີ ແລະຄວາມເອກະພາບພາຍໃນກຸ່ມອາຊຽນ. ຈາກແງ່ມູມດ້ານຄວາມໝັ້ນຄົງພາກພື້ນ, ໃນບັນຫາທະເລຕາເວັນອອກ, ຫວຽດນາມ ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາປະເທດທີ່ມີທັດສະນະຢ່າງຈະແຈ້ງ ແລະສະເໝີຕົ້ນສະເໝີປາຍເທົ່ານັ້ນ,  ຫາກຍັງສະແດງອອກໃຫ້ເຫັນບົດບາດໃນການກໍ່ສ້າງປະຊາຄົມ ແລະມີຄວາມຮັບຜິດຊອບ, ພິເສດແມ່ນໃນການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

ຕາມທ່ານ Beni ແລ້ວ, ຍ້ອນການເປັນເຈົ້າການ ແລະສະເໝີຕົ້ນສະເໝີປາຍນັ້ນເອງໄດ້ຊ່ວຍໃຫ້ຫວຽດນາມ ມີບົດບາດອັນພົ້ນເດັ່ນໃນການຊຸກຍູ້ຫຼັກການອຳນາດນິຕິບັນຍັດ ໂດຍຜ່ານການເຈລະຈາທີ່ມີລັກສະນະສ້າງສັນ ແລະສັນຕິລະຫວ່າງອາຊຽນ ກັບຈີນ. ຫວຽດນາມ ແລະອິນໂດເນເຊຍ ໄດ້ກາຍເປັນຄູ່ຮ່ວມມືທີ່ມີຕັ້ງໜ້າ, ມີທັດສະນະໜັກແໜ້ນໃນວິວັດທະນາການຊຸກຍູ້ກໍ່ສ້າງ COC.

ໄປຄຽງຄູ່ກັບມາເລເຊຍ ແລະຟີລິບປິນ, ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາປະເທດນໍາໜ້າໃນການຮັກສາຫຼັກການເຄົາລົບກົດໝາຍ ແລະກົດໝາຍສາກົນ, ຜ່ານນັ້ນໄດ້ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງຄວາມໝັ້ນຄົງໃນການເດີນທະເລຢ່າງມີສະຖຽນລະພາບ ແລະໂປ່ງໃສໃນພາກພື້ນ.

ຜ່ານຂອບເຂດການຮ່ວມມືອາຊຽນ, ຫວຽດນາມ ມີໂອກາດເປີດກວ້າງ, ເຮັດໃຫ້ການພົວພັນກັບຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ເລິກເຊິ່ງຂຶ້ນກວ່າເກົ່າ, ໃນນັ້ນມີຫຼາຍປະເທດມະຫາອຳນາດ, ສູນກາງທີ່ມີບົດບາດ ແລະທີ່ຕັ້ງສຳຄັນໃນໂລກ. ຫວຽດນາມ ກໍ່ແມ່ນຂົວຕໍ່ປະກອບສ່ວນໃຫ້ອາຊຽນ ພັດທະນາການພົວພັນຢ່າງແໜ້ນແຟ້ນກັບຄູ່ຮ່ວມມືຕ່າງໆ.

ມີທັດສະນະດຽວກັນນີ້, ທ່ານນາງ Dinna ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກປະຊາຄົມສາກົນນັບມື້ນັບຫຼາຍຂຶ້ນ ຍ້ອນສາມາດຮັກສາລະດັບການເຕີບໂຕດ້ານເສດຖະກິດທີ່ປະທັບໃຈ, ນັບທັງໃນສະພາບການທົ່ວໂລກຂາດສະຖຽນລະພາບ.

ໃນທົດສະວັດຜ່ານມາ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຄວາມສາມາດປັບຕົວສູງທີ່ສຸດໃນອາຊີ, ດ້ວຍກໍາລັງຄວາມສາມາດຟື້ນຟູຢ່າງແຂງແຮງພາຍຫຼັງໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການຂາດວັກຂາດຕອນຂອງຕ່ອງໂສ້ການສະໜອງ ແລະການຜັນແປທາງດ້ານພູມສາດການເມືອງ.

ຫວຽດນາມ ໄດ້ດຳເນີນການປະຕິຮູບຢູ່ພາຍໃນປະເທດຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ, ຈາກສະພາບແວດລ້ອມແຫ່ງການລົງທຶນຈົນເຖິງການພັດທະນາແບບຍືນຍົງ ແລະຫວ່າງມໍ່ໆມານີ້ແມ່ນການປະຕິຮູບກົງຈັກບໍລິຫານຂອງລັດ. ຄວາມມານະພະຍາຍາມປະຕິຮູບລະບອບລະບຽບການຕິດພັນກັບຄຳໝັ້ນສັນຍາເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ຊ່ວຍໃຫ້ຫວຽດນາມ ກາຍເປັນສະຖານທີ່ລົງທຶນຍຸດທະສາດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາແບບຢ່າງການປະຕິຮູບຢ່າງມີປະສິດທິຜົນໃນອາຊຽນ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງທ່ົວພາກພື້ນ.

ໃນສະພາບການອາຊຽນ ມຸ່ງໄປເຖິງວິໄສທັດປະຊາຄົມ 2045, ການພັດທະນາແບບຍືນຍົງ ແລະການປະຕິຮູບຢ່າງບໍ່ຢຸດຢັ້ງຂອງຫວຽດນາມ ບໍ່ພຽງແຕ່ມີຄວາມໝາຍແຫ່ງຊາດເທົ່ານັ້ນ, ຫາກຍັງມີຄຸນຄ່າສໍາລັບພາກພື້ນ, ປຽບເໝືອນດັ່ງຮູບແບບພັດທະນາທີ່ຖືເອົາການປະຕິຮູບເປັນພື້ນຖານ ແລະການເຊື່ອມໂຍງເປັນກຳລັງໜູນ.

ດ້ວຍວິໄສທັດພັດທະນາຮອດປີ 2045, ເມື່ອທັງອາຊຽນເວົ້າລວມ ແລະຫວຽດນາມ ເວົ້າສະເພາະ ລ້ວນແຕ່ມຸ່ງໄປເຖິງຂີດໝາຍສຳຄັນ, ຄື: ອາຊຽນ ກາຍເປັນປະຊາຄົມຮອບດ້ານ ແລະຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

ທ່ານ Beni ເຊື່ອໝັ້ນວ່າ ຫວຽດນາມ ຈະສວມບົດບາດເສົາຄໍ້າໃນການກຳນົດທິດທາງເດີນຂອງພາກພື້ນ. ການສົມທົບກັນລະຫວ່າງການເຕີບໂຕດ້ານເສດຖະກິດທີ່ແຂງແຮງ, ສະຖຽນລະພາບດ້ານການເມືອງ ແລະກຳລັງຄວາມສາມາດທາງການທູດທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດ “ດຸ່ນດ່ຽງ ແລະເຊື່ອມໂຍງ” ໃນອາຊຽນ.

ວົງການນັກຊ່ຽວຊານອິນໂດເນເຊຍ ໃຫ້ຂໍ້ສັງເກດວ່າ ຮອດປີ 2045, ຫວຽດນາມ ຈະແມ່ນໜຶ່ງໃນບັນດາກຳລັງໜູນຊຸກຍູ້ອາຊຽນ ຮັກສາບົດບາດໃຈກາງໃນໂຄງປະກອບພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ, ສືບຕໍ່ປະກອບສ່ວນເພື່ອໃຫ້ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອມໂຍງ ແລະຖືປະຊາຊົນເປັນໃຈກາງ.

ໂດຍ: ທູຈາງ