ອູຣູກວາຍ ຊຸກຍູ້ຂໍ້ຕົກລົງດ້ານການຄ້າລະຫວ່າງ MERCOSUR ແລະອາຊຽນ
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 18 ກໍລະກົດ, ທ່ານ Mario Lubetkin ລັດຖະມົນຕີການຕ່າງປະເທດອູຣູກວາຍ ໃຫ້ຮູ້ວ່າ ພາຍຫຼັງທີ່ລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ກັບອາຊຽນ ໃນຕົ້ນເດືອນນີ້ຢູ່ມາເລເຊຍ, ອູຣູກວາຍ ຈະຊຸກຍູ້ຂໍ້ຕົກລົງການຄ້າລະຫວ່າງ MERCOSUR ແລະ ASEAN.
ທ່ານລັດຖະມົນຕີການຕ່າງປະເທດ Lubetkin ກ່າວວ່າ ໂດຍເປັນສະມາຊິກຂອງ MERCOSUR, ອູຣູກວາຍ ມີຄວາມປາດຖະໜາຢາກ “ສືບຕໍ່ກ້າວໄປໄກກວ່າເທົ່າທີ່ຈະໄປໄດ້”. ພ້ອມທັງເນັ້ນໜັກວ່າ: ດ້ວຍຂໍ້ຕົກລົງດ້ານການຄ້າລະຫວ່າງ MERCOSUR – ASEAN, ບັນດາປະເທດອາເມລິກາໃຕ້ ຈະສືບຕໍ່ສຳຜັດກັບຕະຫຼາດດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) ປະມານ 3,8 ພັນຕື້ USD, ຜູ້ບໍລິໂພກກວ່າ 675 ລ້ານຄົນ, ກວມເອົາ 9% ການຄ້າທົ່ວໂລກ ແລະກວ່າ 17% ການລົງທຶນໂດຍກົງຕ່າງປະເທດໃນໂລກ.
ແຫຼ່ງຄັດຈາກ: vovworld.vn