ກຳປູເຈຍ ຫຼຸດລະດັບການພົວພັນທາງການທູດກັບ ໄທ; ໄທ ຮຽກໂຮມເອກອັກຄະລັດຖະທູດກັບຄືນເມືອປະເທດ
ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ໄດ້ຜັນຂະຫຍາຍບັນດາມາດຕະການຮັບມືທີ່ເໝາະສົມຕໍ່ເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ພ້ອມດຽວກັນນັ້ນກໍເນັ້ນໜັກວ່າການດັດປັບລະດັບການພົວພັນທາງການທູດກັບກຳປູເຈຍ ພວມໄດ້ຮັບການຊັ່ງຊາ.
    |
 |
ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີໄທ. ພາບ: REUTERS/Chalinee Thirasupa |
ວັນທີ 23 ກໍລະກົດ, ລັດຖະບານ ໄທ ໄດ້ຮຽກໂຮມເອກອັກຄະລັດຖະທູດປະເທດນີ້ຢູ່ ກຳປູເຈຍ ແລະເນລະເທດເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ໄທ ພາຍຫຼັງເລື່ອງນາຍທະຫານໄທ ຄົນໜຶ່ງຢຽບຖືກໝາກໝິ່ນໃນຂະນະໄປລາດຕະເວນຢູ່ເຂດຊາຍແດນແຂວງ ອຸບົນ ຣາດຊະທານີ ໃນຕອນແລງວັນທີ 23 ກໍລະກົດ.
ຕອນຄ່ຳວັນທີ 23 ກໍລະກົດ, ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີໄທ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ໄດ້ຜັນຂະຫຍາຍບັນດາມາດຕະການຮັບມືທີ່ເໝາະສົມຕໍ່ເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ພ້ອມດຽວກັນນັ້ນກໍເນັ້ນໜັກວ່າ ການດັດປັບລະດັບການພົວພັນທາງການທູດກັບ ກຳປູເຈຍ ພວມໄດ້ຮັບການຊັ່ງຊາ.
ຕໍ່ໜ້າປະຕິກິລິຍາຂອງໄທ, ຕອນເຊົ້າວັນທີ 24 ກໍລະກົດ, ສື່ມວນຊົນກຳປູເຈຍ ໄດ້ໃຫ້ຂ່າວຢ່າງກວ້າງຂວາງວ່າ ລັດຖະບານ ລາຊະອານາຈັກ ກຳປູເຈຍ ຕັດສິນໃຈຫຼຸດລະດັບການພົວພັນທາງການທູດກັບ ໄທ ລົງເຫຼືອຂັ້ນເລຂາໂທ ແລະຮຽກບັນດາພະນັກງານທາງການທູດທີ່ພວມເຮັດວຽກຢູ່ສະຖານທູດກຳປູເຈຍ ປະຈຳ ນະຄອນບາງກອກ ກັບຄືນເມືອປະເທດ. ພ້ອມດຽວກັນນັ້ນ, ຝ່າຍ ກຳປູເຈຍ ກໍຮຽກຮ້ອງໃຫ້ບັນດາພະນັກງານການທູດຂອງ ໄທ ອອກຈາກປະເທດນີ້.
ແຫຼ່ງຄັດຈາກ: vovworld.vn