ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ເປັນປະທານພິທີໄຂກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີລັດຖະມົນຕີພະລັງງານບັນດາປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບດ້ານເສດຖະກິດ ແລະຜູ້ຕາງໜ້າບັນດາປະເທດຄູ່ຮ່ວມມືພັດທະນາ. ຄະນະຜູ້ແທນກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໂດຍທ່ານ ຫງວຽນຮ່ວາງລອງ ຮອງລັດຖະມົນຕີ ນຳໜ້າເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໃນບົດກ່າວປາໄສ, ທ່ານລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ໃຫ້ຮູ້ວ່າ ເຫດການດັ່ງກ່າວໄດ້ດຳເນີນໄປດ້ວຍ 2 ພາກສວ່ນ, ປະກອບມີກອງປະຊຸມ AMEM-42 ແລະເວທີປາໃສ AEBF-24; ສະແດງຄວາມເຊື່ອໝັ້ນວ່າ ຄຽງຂ້າງກັບບັນດາໝາກຜົນທີ່ບັນລຸໄດ້ຜ່ານກອງປະຊຸມ, ບັນດາຝ່າຍຈະເພີ່ມທະວີການຮ່ວມມື ເພື່ອແນໃສ່ສ້າງການຮັບປະກັນດ້ານພະລັງງານແບບຍືນຍົງ ແລະອະນາຄົດແບບຍືນຍົງໃຫ້ແກ່ປະຊາຊົນໃນປະຊາຄົມອາຊຽນ.

leftcenterrightdel
ບັນດາຫົວໜ້າຄະນະຜູ້ແທນ ຖ່າຍຮູບເປັນທີ່ລະນຶກທີ່ກອງປະຊຸມ. ພາບ: nhandan.vn

ເຕື້ອງເຖິງຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໂດຍປະເທດລາວ ຍົກອອກໃນປີເປັນປະທານ ອາຊຽນ 2024, ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງການເຊື່ອມຕໍ່ພະລັງງານໃນອາຊຽນ, ເພື່ອແນໃສ່ສ້າງພື້ນຖານອັນສຳຄັນໃຫ້ການພັດທະນາເສດຖະກິດ - ສັງຄົມ ຂອງພາກພື້ນ ກໍຄືຄວາມກຽມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານສະອາດ.

ຕາມແຜນການແລ້ວ, ກອງປະຊຸມ AMEM-42 ຈະດຳເນີນແຕ່ວັນທີ 24-27 ກັນຍາ ແລະເວທີປາໄສ AEBF-24 ຈະດຳເນີນແຕ່ວັນທີ 25-27 ກັນຍາ 2024 ທີ່ສູນປະຊຸມແຫ່ງຊາດລາວ, ນະຄອນຫຼວງວຽງຈັນ.

ໂດຍ: ສີສະຫວັດ