ຕອນເຊົ້າວັນທີ 16 ທັນວາ, ທີ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ “ຫວຽດນາມ-ອາຊຽນ: 30 ປີແຫ່ງການກໍ່ສ້າງປະຊາຄົມ ແລະສ້າງອານາຄົດ”.

ຕາມ ສຈ. ປອ  ເລວັນເລີ້ຍ ປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ແລ້ວ, ໄລຍະທາງ 30 ປີແຫ່ງການຮ່ວມເດີນທາງພ້ອມກັບອາຊຽນ ໄດ້ຢັ້ງຢືນວິໄສທັດທີ່ຖືກຕ້ອງ ແລະຄວາມຕັດສິນໃຈຢຶດໝັ້ນຂອງຫວຽດນາມ ໃນພາລະກິດເຊື່ອມໂຍງ.

leftcenterrightdel
ກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ “ຫວຽດນາມ-ອາຊຽນ: 30 ປີແຫ່ງການກໍ່ສ້າງປະຊາຄົມ ແລະສ້າງອະນາຄົດ”. ພາບ: chinhphu.vn

ບັນດາຜົນງານ ແລະການປະກອບສ່ວນທີ່ພົ້ນເດັ່ນຂອງຫວຽດນາມ ບໍ່ພຽງແຕ່ປັບປຸງເຂົ້າໃນຜົນສຳເລັດລວມຂອງອາຊຽນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ຫວຽດນາມ ກາຍເປັນເສົາຄໍ້າອັນໜັກແໜ້ນຂອງກຸ່ມ. ຫວຽດນາມ ຢັ້ງຢືນຄວາມເຊື່ອໝັ້ນທີ່ເຂັ້ມແຂງເຂົ້າໃນຈິດໃຈສາມັກຄີ, ການຮ່ວມມື ແລະຄຸນຄ່າຍຸດທະສາດຂອງອາຊຽນ, ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນການກໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ກວມລວມ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂດຍ: ທອງສີ ສຸຕິວົງ