ເນື່ອງໃນໂອກາດນີ້, ນັກຂ່າວໄດ້ສຳພາດທ່ານ Winston Peters ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ນິວຊີແລນ ກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງການມາຢ້ຽມຢາມ ແລະການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ນິວຊີແລນ.

ຂໍທ່ານໃຫ້ຮູ້ຈຸດປະສົງຂອງການມາຢ້ຽມຢາມຫວຽດນາມ ຄັ້ງນີ້ ແລະຄວາມຮູ້ສຶກຂອງທ່ານກ່ຽວກັບປະເທດຊາດ ແລະປະຊາຊົນຫວຽດນາມ?

ຈຸດປະສົງຂອງການມາຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງຂ້າພະເຈົ້າ ແມ່ນເພື່ອປະກອບສ່ວນປັບປຸງ ແລະຍົກລະດັບການພົວພັນລະຫວ່າງ 2 ປະເທດຢ່າງວ່ອງໄວ ແລະເຂັ້ມແຂງກວ່າອີກ, ພ້ອມທັງປຶກສາຫາລືບັນຫາສຳຄັນຕໍ່ພາກພື້ນ ອາຊຽນ ແລະບັນດາປະເທດບ້ານໃກ້ເຮືອນຄຽງ. ເພາະວ່າ ນິວຊີແລນ ແມ່ນສ່ວນໜຶ່ງຂອງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ເຊັ່ນດຽວກັບຫວຽດນາມ.

leftcenterrightdel
ທ່ານ Winston Peters ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ນິວຊີແລນ ຕອບຄຳສຳພາດ. ພາບ: ຫວຽດດຶກ

ໃນການພົບປະຄັ້ງນີ້, ໄດ້ສົ່ງສັນຍານຢ່າງຈະແຈ້ງວ່າ, ພວກເຮົາຫວັງວ່າ ຈະໄດ້ພົບປະກັນເປັນປະຈໍາຫຼາຍຂຶ້ນ, ເພື່ອປຶກສາຫາລືບັນດາບັນຫາທີ່ສອງຝ່າຍອາດຈະບັນລຸໄດ້ຄວາມຄືບໜ້າກວ່າອີກ, ດ້ວຍລະດັບຄວາມໄວກວ່າເກົ່າ. ທຸກສິ່ງທຸກຢ່າງແມ່ນເພື່ອຜົນປະໂຫຍດລວມຂອງສອງປະເທດ ແລະສະແດງໃຫ້ເຫັນວ່າ ພວກຂ້າພະເຈົ້າກໍ່ຕີລາຄາສູງຕໍ່ປະເທດຫວຽດນາມ ຂອງພວກເພື່ອນ.

ທ່ານຕີລາຄາການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາຄືແນວໃດ, ພິເສດແມ່ນຂົງເຂດກະສິກຳ ແລະການສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດ?

ໃນຈຳນວນເກືອບ 200 ປະເທດສະມາຊິກສະຫະປະຊາຊາດ, ຫວຽດນາມ ສວມບົດບາດສຳຄັນສຳລັບ ນິວຊີແລນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ພວກເຮົາໄດ້ແບ່ງປັນ ແລະຮ່ວມມືໃນຫຼາຍຂົງເຂດ, ນັບແຕ່ການເມືອງ - ການປ້ອງກັນຊາດ, ຄວາມເອົາໃຈໃສ່ລວມ... 2 ປະເທດພວກເຮົາໄດ້ມີການພົວພັນຮ່ວມມືຢ່າງກວ້າງຂວາງໃນຫຼາຍຂົງເຂດ ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ, ການສຶກສາ ແລະ ການທ່ອງທ່ຽວ. ພວກຂ້າພະເຈົ້າຫວັງວ່າ ຈະສືບຕໍ່ເຮັດໃຫ້ການຮ່ວມມືທີ່ມີຢູ່ແລ້ວເລິກເຊິ່ງຂຶ້ນກວ່າອີກ ແລະພັດທະນາບັນດາຂົງເຂດໃຫມ່ຕື່ມອີກ ເຊັ່ນ: ການຄຸ້ມຄອງມະຫາສະຫມຸດ, ເສດຖະກິດສີຂຽວ ແລະເສດຖະກິດດີຈີຕອນ.

ໃນບັນດາຂົງເຂດທີ່ຮ່ວມມືນັ້ນ, ສິ່ງທີ່ເປັນໜ້າຈັບໃຈທີ່ສຸດແມ່ນສອງປະເທດມີຫຼາຍຈຸດຄ້າຍຄືກັນ ແລະຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດກະສິກຳ. ຫຼືຂົງເຂດຄວາມປອດໄພຊີວະວິທະຍາ ທີ່ພວກເຮົາກຳລັງຄົ້ນຄວ້າ ແລະຊຸກຍູ້ນັ້ນ ແນ່ນອນວ່າ ຈະເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ບັນດາປະເທດໃນອາຊີ ຄື ຫວຽດນາມ.

ປີ 2025 ເປັນປີທີ່ສ້າງຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງປະເທດຈະມີການເຄື່ອນໄຫວໃດແດ່ ເພື່ອສະເຫຼີມສະຫຼອງຂີດໝາຍສຳຄັນໃນປີໜ້າ?

ເຈົ້າ, ຈະມີການເຄື່ອນໄຫວຫຼາຍທີ່ສຸດ, ພົ້ນເດັ່ນໃນຈຳນວນນັ້ນແມ່ນການຢ້ຽມຢາມຫວຽດນາມ ຂອງທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ. ແນ່ນອນວ່າ, ຈະມີວຽກງານຫຼາຍທີ່ສຸດຈະໄດ້ຮັບການສົ່ງເສີມ ແລະການກະກຽມຢ່າງລະອຽດ ສໍາລັບບັນດາເຫດການທີ່ສໍາຄັນນີ້. ສະນັ້ນ, ການຢ້ຽມຢາມຄັ້ງນີ້ກໍ່ເພື່ອກະກຽມມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີໜ້າ (1975 – 2025).

ປະຈຸບັນ, 2 ປະເທດໄດ້ໃຫ້ຄຳໝັ້ນສັນຍາ ແລະມີຂໍ້ຕົກລົງຫຼາຍສະບັບກ່ຽວກັບຫຼາຍບັນຫາ, ໃນນັ້ນ ຫວຽດນາມ ສວມບົດບາດສຳຄັນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ກໍ່ຄືເປັນຂົວຕໍ່ລະຫວ່າງ ນິວຊີແລນ ແລະ ອາຊຽນ.

ຈຸດສຸມຂອງການເຄື່ອນໄຫວໃນປີໜ້າແມ່ນເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ປະຕິບັດບັນດາຄຳໝັ້ນສັນຍາໃນຂອບເຂດສັນຍາການຄ້າເສລີຢ່າງມີປະສິດທິຜົນ ເປັນຕົ້ນແມ່ນ: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າປາຊີຟິກ  (CPTPP), ເພີ່ມທະວີບັນດາມາດຕະການ  ເພື່ອນຳວົງເງິນການຄ້າສອງສົ້ນໃຫ້ບັນລຸເປົ້າໝາຍ 3 ຕື້ໂດລາສະຫະລັດ. ນັ້ນແມ່ນບັນດາການເຊື່ອມຕໍ່ທີ່ມີທ່າແຮງບົ່ມຊ້ອນ ເຊິ່ງ ນິວຊີແລນ ຕ້ອງການເປີດກວ້າງ.

ຂ້າພະເຈົ້າຖືວ່າ ໃນໂລກຍັງມີການຜັນແປທີ່ສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສິ່ງທີ່ພວກເຮົາຈໍາເປັນຕ້ອງເຮັດໃນທັນທີ ນັ້ນແມ່ນປະຕິບັດຕາມຄໍາຫມັ້ນ ສັນຍາ ແລະມີການກະທໍາ.

ລັດຖະບານ ນິວຊີແລນ ໄດ້ປະກາດນະໂຍບາຍການພົວພັນຕ່າງປະເທດໃໝ່, ຂໍທ່ານໃຫ້ຮູ້ກ່ຽວກັບການຕີລາຄາຕໍ່ຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະບັນດາ ບຸລິມະສິດຂອງນິວຊີແລນ ໃນການພົວພັນກັບຫວຽດນາມ ໃນໄລຍະຈະມາເຖິງ? 

ພວກຂ້າພະເຈົ້າລ້ວນແຕ່ຕີລາຄາສູງຫວຽດນາມ, ເຖິງວ່າສອງປະເທດມີລະບົບການເມືອງທີ່ແຕກຕ່າງກັນກໍ່ຕາມ, ແຕ່ພວກເຮົາກໍ່ລ້ວນແຕ່ເຊື່ອໝັ້ນຕໍ່ອຳນາດກົດໝາຍ ແລະເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດນຳພາໃນຫຼາຍບັນຫາຕາມວິທີທີ່ເປັນເອກະລັກຂອງຕົນເອງ.

ນິວຊີແລນ ກໍ່ຕີລາຄາສູງຕໍ່ແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດຂອງຫວຽດນາມ. ພວກຂ້າພະເຈົ້າ ເຄົາລົບສິ່ງດັ່ງກ່າວ, ເພາະວ່າ ນິວຊີແລນ ກໍ່ຮັກສານະໂຍບາຍການພົວພັນຕ່າງປະເທດທີ່ເປັນເອກະລາດ ຄືດັ່ງກ່າວ. ສອງປະເທດພວກເຮົາອາດຈະມີຄວາມແຕກຕ່າງກັນ, ແຕ່ຫວຽດນາມ ແລະນິວຊີແລນ ມີທັດສະນະທີ່ຄ້າຍຄືກັນ ແລະມີຄວາມສົນໃຈ ກໍ່ຄືຜົນປະໂຫຍດລວມໃນຫຼາຍບັນຫາ; ຈາກນັ້ນ, ສົມທົບກັນ ແລະປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນຄວາມມານະພະຍາຍາມລວມເພື່ອຮັກສາສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນທົ່ວໂລກ.

ຂໍຂອບໃຈທ່ານ!

ໂດຍ: ທະນາພອນ