leftcenterrightdel
ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ກ່າວຄຳເຫັນເປີດກອງປະຊຸມ. ພາບ: ຫ໋າຍຕ໊ຽນ

ກ່າວຄຳເຫັນເປີດກອງປະຊຸມ, ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໃນຖານະເປັນປະທານກອງປະຊຸມ, ທ່ານ ໄດ້ຢັ້ງຢືນວ່າ, ກອງປະຊຸມຂັ້ນລັດຖະມົນຕີອາຊຽນ ກ່ຽວກັບການສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດ ແມ່ນກົນໄກປຶກສາຫາລືຂັ້ນສູງທີ່ມີບົດບາດສຳຄັນໃນການຊຸກຍູ້ການຮ່ວມມື ແນໃສ່ສະກັດກັ້ນ, ຕ້ານອາດຊະຍາກໍາຂ້າມຊາດ. ພ້ອມທັງເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ມີບົດບາດສຳຄັນໃນການຊຸກຍູ້ກົນໄກທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບການສະກັດກັ້ນ, ຕ້ານອາດຊະຍາກໍາຂ້າມຊາດ ແລະກອງປະຊຸມຫົວໜ້າອົງການຄຸ້ມຄອງການເຂົ້າ-ອອກເມືອງ ແລະກົງສູນບັນດາປະເທດອາຊຽນ, ແນໃສ່ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວຮ່ວມມືຕາມຂອບເຂດກົນໄກຢ່າງເນື່ອງນິດລຽນຕິດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ.

leftcenterrightdel
ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ຖ່າຍຮູບລວມກັບທ່ານເລຂາທິການໃຫຍ່ອາຊຽນ. ພາບ: ຫ໋າຍຕ໊ຽນ
leftcenterrightdel
ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ. ພາບ: ຫ໋າຍຕ໊ຽນ

ທີ່ກອງປະຊຸມ, ທ່ານພົນໂທ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຢັ້ງຢືນວ່າ, ໃນຖານະເປັນປະເທດສະມາຊິກອາຊຽນ, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນຂອບເຂດການຮ່ວມມືຂອງອາຊຽນ ເວົ້າລວມ ແລະການຮ່ວມມືໃນຂົງເຂດສະກັດກັ້ນ, ຕ້ານອາດຊະຍາກໍາຂ້າມຊາດ ເວົ້າສະເພາະ. ພ້ອມທັງກໍ່ໄດ້ຍົກອອກບາງຂໍ້ສະເໜີໃຫ້ບັນດາປະເທດໃນພາກພື້ນພ້ອມກັນຄົ້ນຄວ້າ, ປະຕິບັດ ແນໃສ່ຍົກສູງປະສິດທິຜົນການຮ່ວມມືໃນການສະກັດກັ້ນ, ຕ້ານອາດຊະຍາກໍາຂ້າມຊາດ. ໃນນັ້ນໄດ້ເນັ້ນໜັກວ່າ, ບັນດາປະເທດອາຊຽນ ຄວນເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກຳ, ຊຸກຍູ້ການສົມທົບກັນສືບສວນສອບສວນອາດຊະຍາກຳຂ້າມຊາດປະເພດຕ່າງໆ.

ໂດຍ: ເຈິ່ນຮວ່ຽນ