ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ນະຄອນ ຝູກວກ, ແຂວງ ກຽນຢາງ, ໄດ້ໄຂກອງປະຊຸມຫົວໜ້າກົມໃຫຍ່ພາສີບັນດາປະເທດ ອາຊຽນ ຄັ້ງທີ 33, ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 100 ທ່ານທີ່ມາຈາກ 10 ຄະນະພາສີບັນດາປະເທດ ອາຊຽນ. ໂດຍຈັດຂຶ້ນແຕ່ວັນທີ 04 – 06 ມິຖຸນາ, ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ປະຊາຄົມພາສີ ອາຊຽນ ເພີ່ມທະວີການສົນທະນາ, ປຶກສາຫາລືກັບບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນ, ແນໃສ່ປະຕິບັດບັນດາເປົ້າໝາຍໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດໃນໄລຍະໃໝ່, ຄື: ພາສີສີຂຽວ, ສ້າງລະບົບຊີວະພາບກ່ຽວກັບຂໍ້ມູນພາສີ, ຫັນຂະແໜງພາສີເປັນທັນສະໄໝ…

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: haiquanonline.com.vn

ທ່ານນາງ ຫງວຽນທິຫວຽດງາ, ຮອງຫົວໜ້າກົມຮ່ວມມືສາກົນ, ກົມໃຫຍ່ພາສີ, ໃຫ້ຮູ້ວ່າ: “ກອງປະຊຸມໄດ້ສຸມໃສ່ບັນດາເນື້ອໃນກ່ຽວຂ້ອງເຖິງການຜ່ານແດນພາສີ, ກົນໄກແລກປ່ຽນບັນດາເອກະສານເອເລັກໂຕນິກປະຕູດຽວໃນ ອາຊຽນ ແລະ ເລື່ອງຮັບຮູ້ວິສາຫະກິດໃຫ້ບຸລິມະສິດເຊິ່ງກັນ ແລະ ກັນ. ພາສີ ຫວຽດນາມ ຈະຈັດບັນດາເຫດການຕາມກຸ່ມເຮັດວຽກ ກໍ່ຄືການປະຕິບັດວິວັດທະນາການຮ່ວມມືໃນປີເປັນປະທານ. ພິເສດ, ເລື່ອງບັນດາປະເທດ ອາຊຽນ ດຳເນີນບັນດາບັ້ນຕ້ານການຄ້າເຖື່ອນກໍ່ແມ່ນໜຶ່ງໃນບັນດາເນື້ອໃນເຊິ່ງພາສີ ຫວຽດນາມ ສົນໃຈ”.

ໂດຍ: ກວຽດເຕິມ