ທີ່ການຕ້ອນຮັບພາຍຫຼັງພິທີມອບຮັບ, ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ໄດ້ຊົມເຊີຍທ່ານນາງເອກອັກຄະລັດຖະທູດ ໂຕນທິງອກເຮືອງ ທີ່ໄດ້ມາຮັບໜ້າທີ່ ແລະຢືນຢັນວ່າ: ຄະນະເລຂາທິການອາຊຽນ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບທ່ານນາງເອກອັກຄະລັດຖະທູດ ກໍ່ຄືຄະນະຜູ້ຕາງໜ້າຫວຽດນາມ ປະຈໍາອາຊຽນ ເພື່ອໜູນຊ່ວຍການເຄື່ອນໄຫວຂອງອາຊຽນ, ມຸ່ງໄປເຖິງການບັນລຸວິໄສທັດປະຊາຄົມອາຊຽນ 2025 ແລະວິໄສທັດຍາວໄກກວ່ານີ້ຕື່ມອີກ.

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ໂຕນທິງອກເຮືອງ ແລະ ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ທີ່ພິທີມອບໃບມອບສິດ. ພາບ: vov.vn

ທ່ານ Kao Kim Hourn ຕີລາຄາສູງຕໍ່ການປະກອບສ່ວນຂອງຫວຽດນາມ ໃນການສ້າງປະຊາຄົມອາຊຽນ, ກໍ່ຄືບົດບາດທີ່ຕັ້ງໜ້າ ແລະການປະສານງານໃນການພົວພັນຕ່າງປະເທດຂອງອາຊຽນ, ພິເສດແມ່ນປະເທດປະສານງານການພົວພັນ ອາຊຽນ - ສ. ເກົາຫຼີ. ທ່ານເລຂາທິການໃຫຍ່ອາຊຽນ ຂອບໃຈຫວຽດນາມ ທີ່ໄດ້ສ້າງເງື່ອນໄຂໃຫ້ແກ່ການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນອັນຕັ້ງໜ້າ; ສະແດງຄວາມເປັນກຽດທີ່ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ເວທີປາໄສອະນາຄົດອາຊຽນ (AFF).

ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ ໂຕນທິງອກເຮືອງ ໄດ້ຂອບອົກຂອບໃຈທ່ານເລຂາທິການໃຫຍ່ ທີ່ໄດ້ໃຫ້ການສະໜັບສະໜູນ, ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ AFF, ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມສຳຄັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ປາດຖະໜາວ່າ ຄະນະເລຂາທິການ ແລະເລຂາທິການໃຫຍ່ອາຊຽນ ຈະສືບຕໍ່ຍູ້ແຮງຄວາມມານະພະຍາຍາມໜູນຊ່ວຍບັນດາປະເທດສະມາຊິກສຳເລັດການກໍ່ສ້າງ ແລະປະຕິບັດເປົ້າໝາຍໃນວິໄສທັດປະຊາຄົມອາຊຽນ 2045, ໃນນັ້ນພິເສດແມ່ນການນຳປະຊາຄົມອາຊຽນ ໄດ້ເຂົ້າໃກ້ປະຊາຊົນ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ, ວິສາຫະກິດ.

ທ່ານນາງເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະເລຂາທິການ ແລະສ່ວນຕົວທ່ານເລຂາທິການໃຫຍ່ Kao Kim Hourn ທີ່ໄດ້ສົມທົບ ແລະໜູນຊ່ວຍຄະນະຜູ້ຕາງໜ້າຫວຽດນາມ ຢູ່ອາຊຽນ ໃນໄລຍະຜ່ານມາ, ພິເສດແມ່ນໃນໄລຍະປະສານງານການພົວພັນ ອາຊຽນ - ສ. ເກົາຫຼີ, ປາດຖະໜາວ່າ ທ່ານເລຂາທິການໃຫຍ່ ແລະຄະນະເລຂາທິການອາຊຽນ ສືບຕໍ່ສົມທົບກັນໜູນຊ່ວຍຫວຽດນາມ ໃນໜ້າທີ່ປ່ຽນຜຽນກັນໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ