ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO-ລວມມີ 10 ປະເທດສະມາຊິກ ອາຊຽນ ພ້ອມກັບ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ) ໄດ້ຫຼຸດລະດັບການຄາດຄະເນການເຕີບໂຕເສດຖະກິດປີ 2022 ຂອງອາຊຽນ+3 ແຕ່ 4,7% ລົງເປັນ 4,3%.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ນອກຈາກນັ້ນແລ້ວ, AMRO ຍັງຍົກລະດັບຄາດຄະເນໄພເງິນເຟີ້ຂອງພາກພື້ນຂຶ້ນເປັນ 5,2%, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ລະດັບການຄາດຄະເນເມື່ອເດືອນເມສາຜ່ານມາ. ເຖິງຢ່າງໃດກໍໍ່ຕາມ, AMRO ຄາດຄະເນວ່າ ອັດຕາໄພເງິນເຟີ້ໃນປີໜ້າຈະຫຼຸດລົງໃນລະດັບ 2,8%, ໃນຂະນະນັ້ນ, ການເຕີບໂຕເສດຖະກິດຢູ່ພາກພື້ນຈະບັນລຸລະດັບ 4,9%, ສູງກວ່າລະດັບທີ່ໄດ້ຄາດຄະເນ 4,6% ກ່ອນໜ້ານັ້ນ.

ໂດຍສັງລວມແລ້ວ, ບົດລາຍງານດັ່ງກ່າວ ຍັງມີຄວາມປະເອີບໃຈຕໍ່ແງ່ຫວັງເສດຖະກິດຂອງພາກພື້ນ, ສ່ວນຫຼາຍແມ່ນບັນດາພື້ນຖານເສດຖະກິດ ອາຊຽນ+ 3 ພວມຄ່ອຍໆຖືໂລກລະບາດໂຄວິດ-19 ແມ່ນພະຍາດທົ່ວໄປ, ສະພາບການໂລກລະບາດ ແລະມາດຕະການຈຳກັດທີ່ກ່ຽວຂ້ອງເຖິງການທ່ອງທ່ຽວ ກໍ່ຈະໄດ້ຮັບການຜ່ອນຜັນກວ່າອີກ, ຈາກນັ້ນຊຸກຍູ້ການເຄື່ອນໄຫວຟື້ນຟູເສດຖະກິດຢ່າງຮອບດ້ານກວ່າ, ເຮັດໃຫ້ຄວາມຕ້ອງການຢູ່ພາຍໃນປະເທດເພີ່ມຂຶ້ນ. ບົດລາຍງານດັ່ງກ່າວຖືວ່າ ການເຕີບໂຕຂອງ ອາຊຽນ+3 ໃນປີນີ້ ແລະປີໜ້າ ຈະຮັກສາທ່ວງທ່າເພີ່ມຂຶ້ນຢ່າງແຮງ, ພິເສດແມ່ນອາຊຽນ.

ໂດຍ: ທະນາພອນ