ວັນທີ 7 ມີນາ, ໃນຂອບເຂດກອງປະຊຸມຄັ້ງທີ 55 ຂອງ ສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ປະເທດ ສະວິດ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າ ອາຊຽນ ກ່າວຄຳເຫັນທີ່ວາລະໂອ້ລົມສົນທະນາ ກັບນັກລາຍງານພິເສດຂອງ ສປຊ ກ່ຽວກັບສິດທິດ້ານສະບຽງອາຫານ, ດ້ວຍຫົວຂໍ້ກ່ຽວກັບການຂຸດຄົ້ນສິນໃນນ້ຳ ແລະ ຮັບປະກັນສິດທິສະບຽງອາຫານ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢັ້ງຢືນວ່າ ອາຊຽນ ຍາມໃດກໍ່ຖືການຮ່ວມມືໃນຂົງເຂດສິນໃນນ້ຳເປັນສຳຄັນ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດ ໃນການເຊື່ອມໂຍງດ້ານເສດຖະກິດ, ພ້ອມທັງສວມບົດບາດສຳຄັນໃນການຄ້ຳປະກັນດ້ານສະບຽງອາຫານ, ຊຸກຍູ້ພື້ນຖານເສດຖະກິດ ແລະ ໜູນຊ່ວຍການຫາເງິນລ້ຽງຊີບໃນທົ່ວພາກພື້ນອາຊຽນ. ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ແບ່ງປັນຫຼາຍຂໍ້ລິເລີ່ມ ຂອງອາຊຽນ ເພື່ອແນໃສ່ ໜູນຊ່ວຍການເຄື່ອນໄຫວຂອງຊາວປະມົງທີ່ມີຂອບຂະໜາດນ້ອຍ, ແບ່ງປັນຖະແຫຼງການຂອງບັນດາການນຳອາຊຽນ ກ່ຽວກັບການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ທາດໂພຊະນາການ ເພື່ອຮັບມືກັບວິກິດການ ເຊິ່ງໄດ້ຮັບຮອງເອົາເມື່ອເດືອນກັນຍາ 2023, ທ່ານເນັ້ນໜັກເຖິງຄຳໝັ້ນສັນຍາໃນການສ້າງເງື່ອນໄຂເຂົ້າເຖິງແຫຼ່ງເງິນໃຫ້ແກ່ຊາວປະມົງ.

ໂດຍ: ກວຽດເຕິມ