ຄວາມເບີກບານມ່ວນຊື່ນຂອງປະຊາຄົມຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ

ນະຄອນອຸດອນທານີ, ແຂວງອຸດອນທານີ ຂອງໄທ ໃນຍາມເຊົ້າຂອງທ້າຍປີ 2023, ທ້ອງຟ້າແຈ່ມແຈ້ງດີ, ແສງແດດສີເຫຼືອງອ່ອນເໝາະແກ່ການຈັດງານບຸນກາງແຈ້ງ. ປະຊາຊົນທີ່ຢູ່ຮ່ອມເລກ 2, ຖະໜົນ Si Suk (ປະຊາຊົນຢູ່ຮ່ອມນີ້ກວ່າ 99% ແມ່ນຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ) ໄດ້ພາກັນນຸ່ງຊຸດອາພອນສວຍງາມທີ່ສຸດ, ເຕັມໄປດ້ວຍສີສັນວັດທະນະທຳຫວຽດນາມ, ທຸກຄົນລ້ວນແຕ່ໄດ້ຫ້າງຫາກະກຽມ ແລະປະດັບປະດາຮ້ານວາງສະແດງຂາຍສິນຄ້າຂອງຕົນເພື່ອໃຫ້ມີສີສັນງົດງາມ, ໂດດເດັ່ນ. ຢູ່ຕົ້ນທາງເຂົ້າ, ປະຕູໂຂງໄດ້ຮັບການອອກແບບຕາມແບບປະຕູໂຂງບ້ານມູນເຊື້ອຂອງຫວຽດນາມ ຕັ້ງສະຫງ່າຜ່າເຜີຍດ້ວຍການປະດັບປະດາລວດລາຍຢ່າງປານີດ. ພາກສ່ວນເບື້ອງເທິງ, ຢູ່ເຄິ່ງກາງປະຕູມີແຖວຕົວໜັງສືສີເຫຼືອງຂຽນວ່າ "Vietnam Town Udon Thani" ພົ້ນເດັ່ນຂຶ້ນເທິງພື້ນສີແດງຕາມສີຂອງທຸງຊາດຫວຽດນາມ. ມື້ນັ້ນ,  Vietnam Town - ຖະໜົນຫວຽດນາມ ແຫ່ງທໍາອິດໃນໂລກທີ່ປະເທດປະຈໍາຖິ່ນຕັ້ງຊື່ເອງໄດ້ເປີດນຳໃຊ້ຢ່າງເປັນທາງການ.

leftcenterrightdel
ຮ້ານກາເຟ ໃນຖະໜົນຫວຽດນາມ ຢູ່ແຂວງອຸດອນທານີ. ພາບ: ຈ໊ຽນຖັ໊ງ

ທ່ານ ເລືອງຊວນຮ່ວາ, ປະທານສະມາຄົມຊາວຫວຽດນາມ ຢູ່ແຂວງອຸດອນທານີ ໄດ້ຕ້ອນຮັບນັກທ່ອງທ່ຽວຈາກທຸກຫົນທຸກແຫ່ງດ້ວຍໃບໜ້າທີ່ຍິ້ມແຍ້ມແຈ່ມໃສເດີນເຂົ້າສູ່ຖະໜົນ, ເຊື່ອມຕົວເຂົ້າກັບບັນຍາກາດຂອງງານບຸນທີ່ພິເສດຢູ່ທີ່ນີ້. ທ່ານ ເລືອງຊວນຮ່ວາ ສະແດງຄວາມປາດຖະໜາວ່າ:  Vietnam Town ຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມດູດດື່ມ, ເຕັມໄປດ້ວຍສີສັນວັດທະນະທຳຂອງສອງຫວຽດນາມ ແລະ ໄທ.

ປະຊາຄົມຊາວຫວຽດນາມ ເລີ່ມຕັ້ງຖິ່ນຖານຢູ່ປະເທດໄທ ຫ່າງຈາກນີ້ 260 ກວ່າປີ ແລະໄດ້ເຂົ້າມາຕັ້ງຖິ່ນຖານຢູ່ແຂວງ ອຸດອນທານີ  130 ກວ່າປີກ່ອນໜ້ານີ້. ທ່ານ ເລືອງຊວນຮ່ວາ ແບ່ງປັນວ່າ: “ບັນພະບຸລຸດຂອງພວກເຮົາ ກໍຄືລຸ້ນຕ່າງໆໄດ້ສືບທອດປະກອບສ່ວນສ້າງເຂດດິນແດນ ອຸດອນທານີ ໃຫ້ພັດທະນາ, ເຕີບໃຫຍ່ເຂັ້ມແຂງ, ຮ່ວມກັນຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດຍ້ອນໄພທຳມະຊາດ, ນ້ຳຖ້ວມ… ປະຊາຄົມຊາວຫວຽດນາມ ແລະຊາວໄທ ພ້ອມດ້ວຍປະຊາຄົມຊາວຕ່າງປະເທດອື່ນ ໄດ້ດໍາລົງຊີວິດຢູ່ຮ່ວມກັນປຽບເໝືອນເປັນພີ່ນ້ອງກັນ”

ຕາມປະຊາຊົນທີ່ພວມດຳລົງຊີວິດ ແລະດຳເນີນທຸລະກິດຢູ່ແຂວງອຸດອນທານີ ແລ້ວ, ຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ຢູ່ທີ່ນີ້ມີຄວາມພາກພູມໃຈທີ່ສຸດເມື່ອອຳນາດການປົກຄອງທ້ອງຖິ່ນຕົກລົງກໍ່ສ້າງຖະໜົນຫວຽດນາມ. ນັບແຕ່ອໍານາດການປົກຄອງແຂວງອຸດອນທານີ ໄດ້ຕັດສິນໃຈລົງທຶນກໍ່ສ້າງ, ປະດັບປະດາຖະໜົນດ້ວຍເງິນຈໍານວນ 3 ລ້ານບາດ (ປະມານ 86.000 ໂດລາສະຫະລັດ) ເພື່ອເຮັດໃຫ້ຖະໜົນມີຄວາມສວຍງາມ, ພໍ່ແມ່ປະຊາຊົນຢູ່ຄຸ້ມຖະໜົນ ແລະບໍລິເວນໃກ້ຄຽງກໍ່ກຳລັງສ້ອມແປງເຮືອນຢູ່ ແລະຮ້ານຂາຍເຄື່ອງຂອງຕົນ ເພື່ອຄວາມສວຍງາມ ແລະເປັນລະບຽບຮຽບຮ້ອຍ, ກຽມພ້ອມດຳເນີນທຸລະກິດໃຫ້ປະສົບຜົນສຳເລັດທີ່ສຸດ, ເປັນການສ້າງຂີດໝາຍໃໝ່, ສ້າງໄລຍະພັດທະນາໃໝ່ໃຫ້ແກ່ປະຊາຄົມຊາວຫວຽດນາມ, ຊາວໄທເຊື້ອສາຍຫວຽດນາມ ຢູ່ທີ່ນີ້.

ທ່ານ ເລືອງຊວນຮວ່າ ແບ່ງປັນດ້ວຍຄວາມສະເທືອນໃຈວ່າ: “ໃນຕະຫຼອດ 2 ປີຜ່ານມາ, ປະຊາຄົມຊາວຫວຽດນາມ ຢູ່ແຂວງອຸດອນທານີ ແລະຊາວຫວຽດນາມ ອາໄສຢູ່ໄທ ໄດ້ສໍາເລັດໂຄງການກໍ່ສ້າງຖະໜົນຫວຽດນາມ ດ້ວຍຄວາມຕັດສິນໃຈສູງ, ບໍ່ວ່າປະສົບກັບຄວາມຫຍຸ້ງຍາກ, ແຕ່ພວກເຮົາກໍຍັງຕັ້ງໃຈປະຕິບັດຈົນສໍາເລັດ, ເພາະວ່າພວກເຮົາເຂົ້າໃຈວ່ານີ້ແມ່ນສິ່ງທີ່ບັນພະບຸລຸດຂອງພວກເຮົາເຄີຍປາດຖະໜາ, ກໍແມ່ນຄວາມເປັນຫ່ວງກັງວົນຂອງຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ຫຼາຍລຸ້ນຄົນ”.

leftcenterrightdel
ນັກທ່ອງທ່ຽວຊື້ຜະລິດຕະພັນພິເສດຂອງຫວຽດນາມ ຢູ່ຮ້ານຂາຍເຄື່ອງໃນຖະໜົນຫວຽດນາມ ຢູ່ແຂວງອຸດອນທານີ. ພາບ: ຈ໊ຽນຖັ໊ງ

ຈຸດພົ້ນເດັ່ນໃນການຮ່ວມມື ຫວຽດນາມ-ໄທ

ໂດຍເປັນຜູ້ຮ່ວມເດີນທາງໄປພ້ອມກັບໂຄງການ  Vietnam Town  ນັບແຕ່ຕອນຍັງເປັນຄວາມຄິດ, ທ່ານ  Wanchai Kongkasem ເຈົ້າແຂວງອຸດອນທານີ ໄດ້ແບ່ງປັນຄວາມມ່ວນຊື່ນກັບປະຊາຄົມຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ໃນພິທີເປີດນຳໃຊ້ຖະໜົນຫວຽດນາມ ໂດຍເນັ້ນໜັກວ່າ: ການສ້າງຕັ້ງຖະໜົນຫວຽດນາມ ແມ່ນຈຸດພົ້ນເດັ່ນໃນການຮ່ວມມືລະຫວ່າງຫວຽດນາມ-ໄທ ໃນສະພາບການທີ່ສອງປະເທດກໍາລັງພ້ອມກັນສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ແຂວງອຸດອນທານີ ແມ່ນແຂວງທີ່ມີປະຊາຄົມຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ອາໄສຢູ່ຫຼາຍທີ່ສຸດໃນປະເທດໄທ, ດ້ວຍຈໍານວນກວ່າ 60.000 ຄົນ. ນັກທຸລະກິດຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ຫຼາຍຄົນແມ່ນໜຶ່ງໃນບັນດາປັດໄຈສຳຄັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ.  ທ່ານ Wanchai Kongkasem ເວົ້າວ່າ: “ພວກເຮົາໄດ້ພ້ອມກັນສ້າງໂຄງການທີ່ເຕັມໄປດ້ວຍສີສັນວັດທະນະທຳຫວຽດນາມ ຢູ່ແຂວງອຸດອນທານີ. ຂ້າພະເຈົ້າ ຫວັງວ່າ ຖະໜົນຫວຽດນາມຈະກາຍເປັນສັນຍາລັກແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະໄທ, ເປັນສັນຍາລັກແຫ່ງສັນຕິພາບຂອງປະຊາຊົນແຂວງອຸດອນທານີເວົ້າລວມ ແລະກັບປະຊາຄົມຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ຢູ່ແຂວງອຸດອນທານີ ເວົ້າສະເພາະ”.

ເມື່ອໂອ້ລົມກັບປະຊາຄົມຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ຢູ່ຖະໜົນຫວຽດນາມ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາວ່າ: ຖະໜົນຫວຽດນາມ ຢູ່ແຂວງອຸດອນທານີ ໄດ້ສ້າງຂີດໝາຍອັນເລິກເຊິ່ງຂອງວັດທະນະທຳຫວຽດນາມ ຢູ່ໄທ. ຖະໜົນຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວຂອງແຂວງອຸດອນທານີ ດ້ວຍການດຶງດູດນັກທ່ອງທ່ຽວຈາກທົ່ວທຸກແຫ່ງມາຄົ້ນຫາເທົ່ານັ້ນ, ຫາກຍັງຊ່ວຍໃຫ້ການດຳເນີນທຸລະກິດຂອງປະຊາຄົມຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ຢູ່ທີ່ນີ້ນັບມື້ນັບດີຂຶ້ນຕື່ມອີກ. ໂດຍເນັ້ນໜັກວ່າ, ນີ້ແມ່ນຖະໜົນຫວຽດນາມແຫ່ງທຳອິດ ແລະສາຍດຽວຂອງຫວຽດນາມ ໃນປະຈຸບັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ ພໍ່ແມ່ປະຊາຊົນຍາມໃດກໍ່ຈົດຈໍາເຖິງຄວາມເອົາໃຈໃສ່ເປັນພິເສດຂອງພະມະຫາກະສັດ, ລັດຖະບານ, ນາຍົກລັດຖະມົນຕີ, ສະພາສູງ, ສະພາຕໍ່າ, ປະທານສະພາສູງ, ປະທານສະພາຕໍ່າໄທ ທີ່ມີຕໍ່ຫວຽດນາມ ເວົ້າລວມ ແລະຕໍ່ກັບປະຊາຄົມຊາວຫວຽດນາມ ກໍຄື ຊາວໄທເຊື້ອສາຍຫວຽດນາມ ຢູ່ໄທ ເວົ້າສະເພາະ.

leftcenterrightdel
ມຸມໜຶ່ງຢູ່ຖະໜົນຫວຽດນາມ. ພາບ: ຈ໊ຽນຖັ໊ງ

ຕາມຂໍ້ມູນຈາກຝ່າຍໄທ, ມາຮອດປະຈຸບັນ, ຫວຽດນາມ ແມ່ນປະເທດທຳອິດ ແລະໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ທີ່ປະເທດໄທ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ປະຈຸບັນໄທ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດ ແລະເປັນນັກລົງທຶນໃຫຍ່ອັນດັບສອງຂອງຫວຽດນາມ ໃນອາຊຽນ.

ໃນຂອບເຂດຖະໜົນຫວຽດນາມ ຢູ່ປະເທດໄທ, ປະຊາຄົມຊາວຫວຽດນາມ ແລະຊາວໄທເຊື້ອສາຍຫວຽດນາມ ຢູ່ໄທ ເວົ້າລວມ ແລະຢູ່ແຂວງອຸດອນທານີ ເວົ້າສະເພາະ ຈະສືບຕໍ່ເສີມຂະຫຍາຍຄຸນທາດອັນລ້ຳຄ່າ, ສູງສົ່ງຂອງຊາວຫວຽດນາມ, ສືບຕໍ່ສາມັກຄີກັນຢ່າງແໜ້ນແຟ້ນໃນວົງຄະນະຍາດຊາວຫວຽດນາມ ກໍຄືລະຫວ່າງປະຊາຄົມຊາວຫວຽດນາມ ກັບຊາວໄທ ແລະປະຊາຄົມຊາວຕ່າງປະເທດທີ່ອາໄສຢູ່ໄທ, ສ້າງສາປະເທດໄທ ທີ່ສວຍງາມ ແລະສະຫງົບສຸກ; ປະກອບສ່ວນເພີ່ມພູນຄູນສ້າງໃຫ້ການພົວພັນຮ່ວມມືແບບພິເສດຫວຽດນາມ-ໄທ ໃຫ້ນັບມື້ນັບແໜ້ນແຟ້ນກວ່າອີກ.

ໂດຍ: ທູຈາງ