ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານ  Anatoly Antonov ເອກອັກຄະລັດຖະທູດລັດເຊຍ ປະຈຳ ສປຊ ໃຫ້ຮູ້ວ່າ ທ່ານໄດ້ຕົກລົງເຫັນດີກັບບັນດາເຈົ້າໜ້າທີ່ ອາເມລິກາ ຕໍ່ການສ້າງຕັ້ງການພົບປະກ່ຽວກັບບັນຫາສອງຝ່າຍໃນອາທິດໜ້າ.

leftcenterrightdel
ທ່ານ Dmitry Peskov ໂຄສົກວັງ Kremlin. ພາບ: AFP

ຕາມທ່ານ Peskov ແລ້ວ, ທັດສະນະຂອງວັງ Kremlin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພິຈາລະຈາທຸກບັນຫາ ທີ່ສົ່ງຜົນກະທົບເຖິງການພົວພັນລະຫວ່າງລັດເຊຍ ແລະ ອາເມລິກາ, ຫຼາຍກວ່າເລື່ອງເຈລະຈາແຕ່ລະຫົວເລື່ອງສະເພາະ. ທ່ານຢັ້ງຢືນວ່າ: “ບໍ່ສາມາດຍົກອອກບາງບັນຫາໃນສະພາບລວມຂອງການພົວພັນສອງຝ່າຍ”.

ປັດຈຸບັນ, ອາເມລິກາ ພ້ອມກັບບັນດາປະເທດຝ່າຍຕາເວັນຕົກ ໄດ້ຈັດວາງຫຼາຍມາດຕະການລົງໂທດ ແນໃສ່ສ່ວນບຸກຄົນ ແລະອົງການຈັດຕັ້ງ ໃນຫຼາຍຂົງເຂດຂອງ ລັດເຊຍ ພາຍຫຼັງທີ່ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ນັບແຕ່ໃນເດືອນກຸມພາ 2022.

ແຫຼ່ງຄັດຈາກ: vovworld.vn