ຢູ່ນະຄອນຫຼວງ ວຽງຈັນ, ວັດ ເຟີດຕິກ ມີຄົນໄປມາຢ່າງຄັບຄາໜາແໜ້ນ ແລະ ຄວາມສະຫວ່າງສະໄຫວຂອງແສງໄຟ, ແສງທຽນ, ພ້ອມກັບຄວັນທູບ, ໄດ້ສ້າງເປັນບັນຍາກາດອັນອົບອຸ່ນຂຶ້ນກວ່າມື້ທຳມະດາ. ຊາວຫວຽດນາມ ຖືວ່າ ການໄປວັດຍາມຕົ້ນປີໃໝ່ ບໍ່ພຽງແຕ່ເພື່ອອະຖິຖານເທົ່ານັ້ນ, ຫາກຍັງແມ່ນຈຸດເວລາເພື່ອໃຫ້ຄົນເຮົາໄດ້ເຊື່ອມຕົວເຂົ້າກັບສະຖານທີ່ສັກສິດ, ບັນເທົາຄວາມລຳບາກ, ຫຍຸ້ງຍາກໃນການທຳມາຫາກິນ ແລ້ວພາວະນາຂໍໃຫ້ຕົວເອງ ແລະ ຄອບຄົວປີໃໝ່ມີແຕ່ຄວາມສະຫງົບສຸກ ແລະ ສຸຂະພາບແຂງແຮງ.

leftcenterrightdel
ບັນຍາກາດຢູ່ວັດ ເຟີດຕິກ ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ພາບ: vov.vn

ສຳລັບປະຊາຊົນຫວຽດນາມ ແຕ່ລະຄົນ, ເຖິງວ່າຈະຢູ່ແຫ່ງຫົນໃດໃນໂລກນີ້, ຈຸດຄວາມງາມ ໃນວັດທະນະທຳການໄປວັດໄປວາຍາມຕົ້ນປີໃໝ່ ບໍ່ພຽງແຕ່ແມ່ນປະເພນີເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຖ່າຍທອດບັນດາຄຸນຄ່າອັນດີງາມ ຂອງບຸນປີໃໝ່ປະຈຳຊາດໃຫ້ຄົນລຸ້ນຫຼັງ, ເພື່ອໃຫ້ເຂົາເຈົ້າຮູ້ເຄົາລົບ ແລະ ອະນຸລັກຮັກສາບັນດາຄຸນຄ່າຂອງກົກເຄົ້າເຫງົ້າກໍ່ໄວ້.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ