ຄົນລາວ, ໂດຍສະເພາະ ແມ່ນໃນນະຄອນຫຼວງວຽງຈັນ ມັກເອົາດອກຄູນມັດໃສ່ແວ່ນລົດທັງສອງເບື້ອງ ຫຼື ປະສົມກັບນໍ້າຫອມເພື່ອຫົດໃສ່ຍາດຕິພີ່ນ້ອງ ເພື່ອໃຫ້ພອນ. ຢູ່ໃນວັດແຫ່ງຕ່າງໆ, ພະສົງກໍ່ເອົາດອກຄູນໃສ່ນ້ຳຫອມເພື່ອຫົດນໍ້າໃຫ້ພຸດທະສາສະນິກະຊົນ ເມື່ອມາທຳພິທີ.

leftcenterrightdel
ນະຄອນທີ່ເຕັມໄປດ້ວຍດອກຄູນ. ພາບ: vov.vn
leftcenterrightdel
ຄວາມງາມສະເພາະຂອງດອກຄູນ. ພາບ: vov.vn

ປະເທດລາວ ເປັນປະເທດທີ່ມີປະຊາກອນ 90% ນັບຖືສາສະໜາພຸດ, ສະນັ້ນ ເມື່ອປີໃໝ່ວຽນມາ, ທຸກຄົນກໍ່ພາກັນໄປວັດ ເພື່ອຫົດນ້ຳໃຫ້ພຣະພຸດທະຮູບ, ບາສີສູ່ຂວັນ ເພື່ອຄວາມໂຊກດີ, ແກ້ຊວຍ, ໃຫ້ພອນ ແລະຮັບເອົານ້ຳຫອມດອກຄູນຈາກເຈົ້າອາວາດ.

leftcenterrightdel
ພະສົງເກັບດອກຄູນ ເພື່ອເຮັດນ້ຳຫອມໃຫ້ພອນ. ພາບ: vov.vn

ໃນລະຫວ່າງວັນທີ 13-15 ເມສາ, ຢູ່ວັດແຫ່ງຕ່າງໆໃນທົ່ວປະເທດລາວ ເຄີຍມີສາສະນິກະຊົນເປັນຈຳນວນຫຼວງຫຼາຍ ມາທຳພິທີສົ່ງນ້ຳພຣະພຸດທະຮູບ ແລະເຂົ້າຮ່ວມງານບຸນຕ້ອນຮັບບຸນປີໃໝ່. ເຂົ້າຮ່ວມຍັງມີບັນດາການນຳຂັ້ນສູງ ແລະເຈົ້າໜ້າທີ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ຢູ່ທີ່ນີ້ບັນດາພະສົງໃນວັດໄດ້ຈັດພິທີບາສີສູ່ຂວັນເພື່ອໃຫ້ພອນ, ອະໄພຍະໂທດ, ຂໍໃຫ້ທຸກຄົນມີຄວາມປອງດອງກັນ, ຄອບຄົວອີ່ມໜຳສຳລານ, ມີຄວາມສຸກ.

leftcenterrightdel
ປະຊາຊົນໄປວັດທຳພິທີສົ່ງນ້ໍາໃຫ້ພະພຸດທະເຈົ້າ. ພາບ: vov.vn

ໃນວັນທີ 2 (14 ເມສາ), ທຸກຄົນຈະອວຍໄຊໃຫ້ພອນແກ່ພໍ່ແມ່, ການນຳ, ຜູ້ທີ່ມີຕໍາແໜ່ງສໍາຄັນຂອງພັກ ແລະລັດຖະບານ.

leftcenterrightdel
ພິທີອວຍພອນປີໃໝ່ທີ່ຄອບຄົວຄົນລາວ. ພາບ: vov.vn

ສິ່ງທີ່ມ່ວນທີ່ສຸດໃນບຸນປີໃໝ່ແມ່ນການຫົດນໍ້າ. ກ່ອນອື່ນໝົດ, ສະມາຊິກໃນຄອບຄົວຈະຫົດນ້ຳຫອມໃຫ້ກັນ, ຫຼັງຈາກນັ້ນ, ທຸກຄົນ, ທຸກຄອບຄົວຈະອອກຖະໜົນຫົນທາງ, ເຂົາເຈົ້າພ້ອມກັບນັກທ່ອງທ່ຽວກະກຽມຖັງນ້ຳ, ກອກນ້ຳ, ຄຸຊາມ, ກະຖາງເພື່ອຫົດນໍ້າໃສ່ກັນ ກໍ່ຄືຫົດໃສ່ຄົນໄປມາຕາມຖະໜົນ, ສ້າງຄວາມອຶກກະທຶກຄຶກໂຄມຢູ່ເຂດໜຶ່ງ.

leftcenterrightdel
ຫົດນໍ້າອວຍພອນປີໃໝ່ຢູ່ຕາມຖະໜົນໃນນະຄອນຫຼວງວຽງຈັນ. ພາບ: vov.vn

ຄົນລາວເຊື່ອວ່າ ຜູ້ໃດຫົດນໍ້າໄດ້ຫຼາຍທີ່ສຸດ ແລະຜູ້ໃດຮັບນໍ້າໄດ້ຫຼາຍທີ່ສຸດປຽກທັງຄີງ, ຜູ້ນັ້ນຈະມີໂຊກລາບ, ມີສຸຂະພາບເຂັ້ມແຂງ, ທຳມາຫາກິນໄດ້ຮັບຜົນດີ ແລະຄອບຄົວມີຄວາມສຸກ.

ການຫົດນ້ຳໃນບຸນປີໃໝ່ລາວ ຍັງມີຄວາມໝາຍອະທິຖານຂໍໃຫ້ດິນຟ້າອາກາດເອື້ອອຳນວຍ ແລະການເກັບກ່ຽວໄດ້ຮັບຜົນດີ, ເພາະວ່ານີ້ແມ່ນຍາມລະດູແລ້ງຕໍ່ລະດູຝົນຢູ່ປະເທດລາວ. ຍ້ອນເຫດນັ້ນ ຄົນລາວຈຶ່ງເອີ້ນວ່າ ບຸນປີໄໝ່ແມ່ນບຸນຫົດນ້ຳ.

leftcenterrightdel
ການສົ່ງນໍ້າໃຫ້ພະພຸດທະຮູບ ພາວະນາຂໍໃຫ້ມີສຸຂະພາບເຂັ້ມແຂງ ແລະມີຄວາມສະຫງົບສຸກ. ພາບ: vov.vn

ຄຽງຄູ່ກັບການເຄື່ອນໄຫວຢ່າງຄຶກຄື້ນ ແລະມ່ວນຊື່ນຢູ່ຕາມຖະໜົນຫົນທາງ, ທຸກຄອບຄົວ, ທຸກອົງການ, ຫ້ອງການຍັງໄດ້ຈັດພິທີຕ້ອນຮັບບຸນປີໃໝ່ດ້ວຍການບາສີສູ່ຂວັນ, ຫົດນ້ຳ, ອວຍໄຊໃຫ້ພອນກັນລະຫວ່າງການນຳ ແລະພະນັກງານ; ພ້ອມກັນຟ້ອນລຳທຳເພງ, ສ້າງບັນຍາກາດອັນອົບອຸ່ນສະໜິດສະໜົມ.

leftcenterrightdel
 
leftcenterrightdel
ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເງະອານ ຈັດຕັ້ງບຸນປີໃໝ່ໃຫ້ນັກສຶກສາລາວ. ພາບ: vov.vn

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງເງະອານ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະອວຍພອນປີໃໝ່ບັນດານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນ. ສ່ວນບັນດາພໍ່ແມ່ລ້ຽງຂອງນັກຮຽນລາວ ກໍ່ຈັດພາເຂົ້າຕ້ອນຮັບປີໃໝ່ໃຫ້ລູກລ້ຽງຂອງຕົນໃນຄອບຄົວ; ໜູນຊ່ວຍ, ລະດົມພວກນ້ອງອຸ່ນອ່ຽນໃຈຝຶກຝົນຫຼໍ່ຫຼອມ, ຮັກສາຄວາມສະໜິດສະໜົມໃນຄອບຄົວ, ມູນເຊື້ອສາມັກຄີພິເສດລະຫວ່າງຫວຽດນາມ - ລາວ; ພະຍາຍາມຮ່ຳຮຽນຫຼໍ່ຫຼອມໃຫ້ດີ ເພື່ອປະກອບສ່ວນກໍ່ສ້າງປະເທດລາວ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່.

ໂດຍ: ໄຊນີດາ