ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ: ປີ 2023, ເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕກວ່າ 5%, ອັດຕາຄອບຄົວທຸກຍາກຫຼຸດລົງ 3%, ພ້ອມທັງສືບຕໍ່ໃຊ້ຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍ 3%/ປີ ໃຫ້ແກ່ການຮັບປະກັນຊີວິດສັງຄົມ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ຊຸດທີ 55 ຂອງສະພາສິດທິມະນຸດ ສະຫະປະຊາຊາດ. ພາບ: ttdn.vn

ປີ 2023, ຫວຽດນາມ ໄດ້ສົ່ງອອກເຂົ້າສານກວ່າ 8 ລ້ານໂຕນ, ຜ່ານນັ້ນປະກອບສ່ວນຄ້ຳປະກັນດ້ານສະບຽງອາຫານ ແລະ ສິດສະບຽງອາຫານ ໃຫ້ປະຊາຊົນນັບລ້ານຄົນ ໃນຫຼາຍພາກພື້ນໃນທົ່ວໂລກ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍ່ຢັ້ງຢືນຄືນໃໝ່ບັນດາບຸລິມະສິດຂອງຫວຽດນາມ ເມື່ອເຂົ້າຮ່ວມສະພາສິດທິມະນຸດ ສປຊ, ໃນນັ້ນມີການປົກປ້ອງບັນດາກຸ່ມຖືກສ່ຽງໄພສູງກວ່າເພິ່ນ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຫັນປ່ຽນດີຈີຕອນ ແລະ ສິດທິມະນຸດ. ທີ່ກອງປະຊຸມຂັ້ນສູງ ຊຸດທີ 56 ຈະດໍາເນີນໃນເດືອນມິຖຸນາ ປີ 2025, ຫວຽດນາມ ຈະສະເໜີມະຕິປະຈຳປີກ່ຽວກັບການຮັບປະກັນສິດທິມະນຸດໃນສະພາບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ບຸ່ຍແທັງເຊີນ ແບ່ງປັນວ່າ, ຫວຽດນາມ ໄດ້ຍື່ນສະເໜີບົດລາຍງານແຫ່ງຊາດຕາມກົນໄກທົບທວນປະຈຳ ໄລຍະ (UPR) ຮອບທີ IV, ໃນນັ້ນໄດ້ປະຕິບັດສຳເລັດ ເກືອບ90% ຈຳນວນຂໍ້ສະເໜີທີ່ໄດ້ຮັບໃນປີ 2019. ທ່ານ ບຸ່ຍແທັງເຊີນ ໄດ້ປະກາດ ແລະຮຽກຮ້ອງປະເທດຕ່າງໆສະໜັບສະໜູນ ຫວຽດນາມ ອອກຮັບສະໝັກເລືອກເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດຄືນໃໝ່ ອາຍຸການ 2026-2028.

ໂດຍ: ທູຈາງ