ດ້ວຍເນື້ອໃນການຮ່ວມມືເປີດ, ກວມລວມ ແລະຮັບມືກັບທ່າອ່ຽງໃຫຍ່ໃນໂລກ ແລະພາກພື້ນ, MLC ໄດ້ເສີມຂະຫຍາຍຢ່າງປະສິດທິຜົນ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ບັນດາປະເທດສະມາຊິກ, ປະກອບສ່ວນຊຸກຍູ້ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ.

ຮັບຮູ້ເຖິງຄວາມສຳຄັນ ແລະຄຸນຄ່າຂອງແມ່ນໍ້າຂອງ, ໃນໄລຍະຜ່ານມາ, ບັນດາປະເທດພາຍໃນ ແລະນອກພາກພື້ນໄດ້ຕັ້ງໜ້າຂຸດຄົ້ນກົນໄກຮ່ວມມືປົກປັກຮັກສາສິ່ງແວດລ້ອມ, ຂຸດຄົ້ນຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ ແລະພັດທະນາແບບຍືນຍົງ.

ຫັນເປັນລະບອບລະບຽບການ ແລະເປີດກວ້າງການຮ່ວມມື

ວັນທີ 23 ມີນາ 2016, ການນຳຂັ້ນສູງຂອງ 6 ປະເທດອະນຸພາກພື້ນແມ່ນ້ຳຂອງ, ລວມມີ: ຈີນ, ຫວຽດນາມ, ກໍາປູເຈຍ, ລາວ, ມຽນມາ ແລະໄທ ໄດ້ຮັບຮອງເອົາຖະແຫຼງການ Sanya, ສ້າງຕັ້ງກົນໄກຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ຢ່າງເປັນທາງການ.

ໃນໄລຍະ 8 ປີຜ່ານມາ, MLC ໄດ້ສໍາເລັດກົນໄກເທື່ອລະກ້າວ ແລະຕັ້ງໜ້າຜັນຂະຫຍາຍໂຄງການຢູ່ບັນດາປະເທດສະມາຊິກ. ມາຮອດປະຈຸບັນ, MLC ໄດ້ຮັກສາພື້ນຖານກົນໄກການຈັດກອງປະຊຸມຂັ້ນສູງ 2 ປີຕໍ່ຄັ້ງ, ກອງປະຊຸມຂັ້ນລັດຖະມົນຕີປະຈຳປີ, ກອງປະຊຸມ SOM ແລະບັນດາກຸ່ມເຮັດວຽກ.

leftcenterrightdel
ການນໍາບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ຄັ້ງທີ 4  ໄດ້ຈັດຂຶ້ນຕາມຮູບການທາງອອນລາຍໃນວັນທີ 25 ທັນວາ 2023. ພາບ: ສຳນັກຂ່າວສານຊິນຮວາ

6 ປະເທດສະມາຊິກ ເຫັນດີສ້າງຕັ້ງສູນຮ່ວມມື 5 ແຫ່ງໃນຂອບເຂດ MLC ລວມມີ: ສູນຮ່ວມມືຊັບພະຍາກອນນໍ້າ, ສູນຮ່ວມມືດ້ານສິ່ງແວດລ້ອມ, ສູນຮ່ວມມືດ້ານກະສິກໍາ, ສູນຮ່ວມມືພົບປະແລກປ່ຽນຊາວໜຸ່ມ ແລະສູນບໍາລຸງສ້າງອະຊີວະສຶກສາ; ຊຸກຍູ້ການແລກປ່ຽນວິຊາການສຶກສາ ຜ່ານການສ້າງຕັ້ງສູນຄົ້ນຄວ້າທົ່ວໂລກກ່ຽວກັບແມ່ນໍ້າຂອງ.

ທີ່ກອງປະຊຸມສຸດຍອດການຮ່ວມມື MLC ຄັ້ງທີ 4 ແລະກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 8 (ເດືອນ ທັນວາ 2023), 6 ປະເທດສະມາຊິກບັນລຸໄດ້ຄວາມເຫັນດີເຫັນພ້ອມສຳຄັນກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດເຊື່ອມຈອດ, ພັດທະນາສີຂຽວ ແລະບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ.

ກ່ຽວກັບການກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ, ເນັ້ນໜັກເຖິງທິດນຳບຸລິມະສິດການພັດທະນາ, ຖືປະຊາຊົນເປັນໃຈກາງ, ກົມກຽວລະຫວ່າງຄົນກັບທຳມະຊາດ, ຖືການປ່ຽນແປງໃໝ່ປະດິດສ້າງແມ່ນກຳລັງໜູນໃຫ້ແກ່ການພັດທະນາ, ການນຳໄດ້ໃຫ້ບຸລິມະສິດກ່ຽວກັບການຮ່ວມມືໃນການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ, ພິເສດແມ່ນແຫຼ່ງນໍ້າແມ່ນໍ້າຂອງໂດຍຜ່ານການຮ່ວມມືກ່ຽວກັບການແບ່ງປັນຂໍ້ມູນອຸທົກກະສາດ, ຫຼຸດຜ່ອນຄວາມສ່ຽງໄພທຳມະຊາດ, ຍົກສູງກໍາລັງຄວາມສາມາດຄຸ້ມຄອງຊັບພະຍາກອນນໍ້າ…

ກອງປະຊຸມໄດ້ຮັບຮອງເອົາເອກະສານສໍາຄັນ 3 ສະບັບ, ໃນນັ້ນມີ: ໜຶ່ງແມ່ນຖະແຫຼງການ Nay Pyi Taw, ເຫັນດີເປັນເອກະພາບຊຸກຍູ້ແລວທາງພັດທະນາເສດຖະກິດແມ່ນໍ້າຂອງ-ລ້ານຊ້າງ; ສອງແມ່ນແຜນການດໍາເນີນງານ 5 ປີໃໝ່ 2023-2027; ສາມແມ່ນຂໍ້ລິເລີ່ມລວມກ່ຽວກັບການພັດທະນາແລວປ່ຽນແປງໃໝ່ການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ. ເນື້ອໃນເອກະສານຢັ້ງຢືນວ່າ MLC ມຸ່ງໄປເຖິງບັນດາການເຄື່ອນໄຫວຮ່ວມມືທີ່ມີຄຸນນະພາບສູງ, ຫັນເປັນທັນສະໄໝຢ່າງບໍ່ຢຸດຢັ້ງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືອະນຸພາກພື້ນ, ໜູນຊ່ວຍບັນດາປະເທດຟື້ນຟູ ແລະພັດທະນາເສດຖະກິດແບບຍືນຍົງ.

ການເຂົ້າຮ່ວມຂອງຫວຽດນາມ

ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມ MLC ນັບແຕ່ໄລຍະທໍາອິດພາຍຫຼັງກົນໄກນີ້ໄດ້ຮັບການສ້າງຕັ້ງຂຶ້ນ. ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືປົກປັກຮັກສາ, ຄຸ້ມຄອງ ແລະນໍາໃຊ້ແຫຼ່ງນໍ້າຢ່າງມີປະສິດທິຜົນ ແລະຍືນຍົງ ແລະຖືວ່ານີ້ແມ່ນຈຸດສຸມຂອງການຮ່ວມມືລະຫວ່າງ 6 ປະເທດສະມາຊິກ; ສະເໜີບາງຂໍ້ລິເລີ່ມ, ໂຄງການຮ່ວມມືກ່ຽວກັບການຮັບປະກັນຄວາມໝັ້ນຄົງແຫຼ່ງນໍ້າ, ສ້າງຕັ້ງຊ່ອງທາງຕິດຕໍ່ (ໂທລະສັບສາຍດ່ວນ) ສົມທົບກັນແກ້ໄຂກໍລະນີຮີບດ່ວນຕາມລຳແມ່ນໍ້າຂອງ; ຈັດຕັ້ງກອງປະຊຸມສໍາມະນາພາຍໃນ ແລະສາກົນຫຼາຍຄັ້ງກ່ຽວກັບການຮ່ວມມືອະນຸພາກພື້ນ, ການເຄື່ອນໄຫວຮ່ວມມືຄົ້ນຄວ້າໃນຂອບເຂດສູນຄົ້ນຄວ້າແມ່ນໍ້າຂອງ.

ທີ່ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ຄັ້ງທີ 4 (ທັນວາ 2023), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ສະເໜີ 3 ເນື້ອໃນບຸລິມະສິດຂອງ MLC ໃນໄລຍະຈະມາເຖິງ, ລວມມີ: ທີໜຶ່ງ, ກໍ່ສ້າງພາກພື້ນແມ່ນໍ້າຂອງ-ລ້ານຊ້າງ ໃຫ້ທັນສະໄໝ ແລະພັດທະນາ, ດ້ວຍທິດນຳທີ່ວ່າຈັດຫາ, ປຸກລະດົມ ແລະນໍາໃຊ້ແຫຼ່ງກໍາລັງຢ່າງມີປະສິດທິຜົນ; ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ ກໍ່ຄືທັງ 6 ປະເທດ; ຖືກຳລັງແຮງພາຍໃນແມ່ນພື້ນຖານ, ຍຸດທະສາດ ແລະກຳລັງແຮງພາຍນອກແມ່ນສຳຄັນ ແລະບຸກທະລຸ.

ທີສອງ, ກໍ່ສ້າງພາກພື້ນແມ່ນໍ້າຂອງ-ລ້ານຊ້າງ ໃຫ້ມີສີຂຽວ, ຍືນຍົງ ແລະກວມລວມ, ຮັບປະກັນຄວາມກົມກຽວລະຫວ່າງປະຈຸບັນ ແລະອະນາຄົດ, ລະຫວ່າງການເຕີບໂຕດ້ານເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ, ຖືເອົາປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ກຳລັງໜູນ, ແຫຼ່ງກໍາລັງ ແລະເປົ້າໝາຍຂອງການພັດທະນາ ແລະ “ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”.

ທີສາມ, ກໍ່ສ້າງພາກພື້ນແມ່ນ້ຳຂອງ-ລ້ານຊ້າງ ໃຫ້ມີສັນຕິພາບ ແລະມີການຮ່ວມມື. ຕາມນັ້ນແລ້ວ, 6 ປະເທດສະມາຊິກ ຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມຈິງໃຈ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຊຸກຍູ້ຜົນປະໂຫຍດລວມ ແລະເຊີດຊູລັດທິຫຼາຍຝ່າຍ; ເພີມທະວີລັກສະນະໜູນຊ່ວຍກັນລະຫວ່າງການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ ກັບອາຊຽນ ແລະບັນດາກົນໄກຮ່ວມມືພາກພື້ນ, ອະນຸພາກພື້ນອື່ນເພື່ອນໍາໃຊ້ແຫຼ່ງກໍາລັງຢ່າງມີປະສິດທິຜົນທີ່ສຸດ, ສ້າງຜົນປະໂຫຍດ ແລະສ້າງການແຜ່ຂະຫຍາຍຜົນປະໂຫຍດ.

ສາມາດເຫັນໄດ້ວ່າໃນໄລຍະ 8 ປີຜ່ານມາ, MLC ບັນລຸໄດ້ຜົນງານທີ່ພົ້ນເດັ່ນ. ກົນໄກຮ່ວມມືນັບມື້ນັບສົມບູນແບບ, ເນື້ອໃນນັບມື້ນັບແທດຈິງ, ບັນດາໂຄງການຮ່ວມມືມີຂະໜາດນ້ອຍ ແລະມີປະສິດທິຜົນ, ມຸ່ງໄປເຖິງການໜູນຊ່ວຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງ 6 ປະເທດສະມາຊິກ. ບັນດາຜົນງານດັ່ງກ່າວຄວນໄດ້ທະວີຄູນໃນກົນໄກຮ່ວມມືອະນຸພາກພື້ນອື່ນໆ.

ໃນສະພາບທີ່ບັນດາປະເທດສະມາຊິກ MLC ພວມຕ້ອງມານະພະຍາຍາມສ້າງຄວາມດຸ່ນດ່ຽງລະຫວ່າງເປົ້າໝາຍຟື້ນຟູການເຕີບໂຕໃນຕໍ່ໜ້າ ແລະການພັດທະນາແບບຍືນຍົງໃນໄລຍະຍາວ, MLC ຕັ້ງຄວາມຫວັງໄວ້ວ່າ ຈະເປັນກຳລັງໜູນຊຸກຍູ້ການຮ່ວມມື “ພ້ອມກັນໄຊຊະນະ”, ເພື່ອອະນຸພາກພື້ນແມ່ນ້ຳຂອງເປີດກວ້າງທີ່ມີສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນ.

ໂດຍ: ເຈິ່ນຮວ່ຽນ